ກອງພັນໃຫຍ່ 279 ຫັດແອບສວນສະໝາມ ກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 65 ປີ
ເວລາອອກຂ່າວ: 2026-09-07 09:47:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ: ![]()
ວັນທີ 4 ກັນຍາ 2026 ນີ້, ກອງພັນໃຫຍ່ 279 ໄດ້ຈັດຕັ້ງຫັດແອບສວນສະໝາມ ເພື່ອກຽມຄວາມພ້ອມເຂົ້າຮ່ວມສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 65 ປີ (1 ຕຸລາ 1961-1 ຕຸລາ 2026) ໂດຍມີ ສະຫາຍ ພັນເອກ ບຸນປໍ ໄຊວົງສາ ຫົວໜ້າການທະຫານ ກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ ພ້ອມດ້ວຍ ພະນັກງານ-ນັກຮົບ ຈາກກອງພັນ 792, ກອງພັນ 793 ແລະ ກອງພັນ 794 ເຂົ້າຮ່ວມ.
ສະຫາຍ ພັນໂທ ໄກສຸກ ສຸລິຍະວົງ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 279, ຄະນະຮັບຜິດຊອບກ້ອນສວນສະໝາມ ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ພະນັກງານ-ນັກຮົບ ພາຍໃນກົມກອງເຝິກຊ້ອມຫັດແອບສວນສະໝາມຢ່າງຕໍ່ເນື່ອງ ໂດຍມີຈຳນວນພົນເຂົ້າຮ່ວມທັງໝົດ 190 ສະຫາຍ. ທັງນີ້, ເພື່ອປະຕິບັດຕາມທິດນຳ ຂອງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 279 ຢ່າງເຂັ້ມງວດ, ທັງເປັນການເຝິກຝົນກຳລັງແຮງກາຍໃຫ້ນາຍ ແລະ ພົນທະຫານ ພາຍໃນກົມກອງ ເຮັດໃຫ້ພະນັກງານ-ນັກຮົບ ມີສຸຂະພາບແຂງແຮງ, ສຳລັບການຫັດແອບ ໄດ້ເລີ່ມຕົ້ນນັບແຕ່ຕົ້ນເດືອນກໍລະກົດ 2026 ຈົນເຖິງປັດຈຸບັນ ເພື່ອສົ່ງກ້ອນກຳລັງສວນສະໝາມດັ່ງກ່າວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 65 ປີ ທີ່ຈະຈັດຂຶ້ນຢູ່ ກອງພັນໃຫຍ່ 661 ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















