ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ເຊັນສັນຍາ ໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ກິດຈະການປ້ອງກັນຊາດ ແລະ ເສັ້ນທາງເຂົ້າກົມກອງ ຂອງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-09-07 09:56:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 415 | ຄວາມນິຍົມ:



ວັນທີ 4 ກັນຍາ 2026 ນີ້, ຢູ່ທີ່ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີ ເຊັນສັນຍາໂຄງການ ກໍ່ສ້າງເສັ້ນທາງປກຊ-ປກສ ກິດຈະການປ້ອງກັນຊາດ ແລະ ເສັ້ນທາງເຂົ້າກົມກອງ ຂອງກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະຮັບຜິດຊອບ ໂຄງການກໍ່ສ້າງເສັ້ນທາງຍຸດທະສາດ, ເສັ້ນທາງເຂົ້າກົມກອງ ແລະ ໂຄງການສົ່ງເສີມວິຊາການ ຂອງກະຊວງປ້ອງກັນປະເທດ, ບັນດາຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ, ກອງບັນຊາການທະຫານແຂວງ, ຫ້ອງການ, ພະແນກການ, ກົມກອງ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸລະສັກ ພິພັດຜົນ ຮອງຫົວໜ້າພະແນກຂົວ-ທາງ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານນິຕິກຳຕ່າງໆ ແລະ ເນື້ອໃນສັນຍາໂຄງການກໍ່ສ້າງ ເສັ້ນທາງຍຸດທະສາດ ປກຊ-ປກສ ກິດຈະການປ້ອງກັນຊາດ ແລະ ເສັ້ນທາງເຂົ້າກົມກອງ ຂອງກະຊວງປ້ອງກັນປະເທດ ເຊິ່ງກະຊວງປ້ອງກັນປະເທດ ຕົກລົງມອບໂຄງການກໍ່ສ້າງເສັ້ນທາງທັງໝົດ ປະກອບມີ: ໂຄງການ ທະລຸ ແລະ ຍົກລະດັບເສັ້ນທາງ ແຕ່ ບ້ານສີເກົາໂຮ-ຫຼັກໝາຍແຈສາມປະເທດ ແລະ ສະໜາມບິນ 2 ແຫ່ງ ແຂວງຜົ້ງສາລີ ໃຫ້ບໍລິສັດ ວຽງວີແອວເອັດສ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ; ໂຄງການ ທະລຸ ແລະ ຍົກລະດັບ (ປູແຮ່) ເສັ້ນທາງແຕ່ ບ້ານນ້ຳສຽມ-ບ້ານນ້ຳກະ, ນ້ຳຕູ້ ເມືອງຜາໄຊ ແຂວງຊຽງແຂວງ ໃຫ້ບໍລິສັດ ມີໄຊ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ; ໂຄງການ ທະລຸ ແລະ ຍົກລະດັບເສັ້ນທາງລຽບຊາຍແດນ ລາວ-ໄທ (ດ່ານຊ່ອງເມັກ-ຊາຍແດນ ລາວ-ໄທ, ຫ້ວຍໂຕນ) ແຂວງຈຳປາສັກ ໃຫ້ບໍລິສັດ ວົງວິໄລ ຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ; ໂຄງການ ທະລຸ ແລະ ສຳຫຼວດ-ອອກແບບ ເສັ້ນທາງຫຼັກ 44 ເມືອງໄຊ ຫາ ບ້ານອາໂນ່ ເມືອງຫຼາ ແຂວງອຸດົມໄຊ ໃຫ້ບໍລິສັດ ທີເຄກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈຳກັດຜູ້ດຽວເປັນຜູ້ຮັບເໝົາ; ໂຄງການ ທະລຸ ແລະ ຍົກລະດັບເສັ້ນທາງລຽບຊາຍແດນ ລາວ-ກຳປູເຈຍ ແຕ່ ຫຼັກໝາຍ 34-ດ່ານໜອງນົກຂຽນ ເມືອງໂຂງ ແຂວງຈຳປາສັກ ໃຫ້ບໍລິສັດ ວີທີເອັນ ກໍ່ສ້າງເຄຫາ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ; ໂຄງການ ສ້ອມແປງ ແລະ ຂະຫຍາຍ, ຍົກລະດັບເສັ້ນທາງຍຸດທະສາດ ກອງຮ້ອຍ 124 ຫາ ຜາແດງ, ຜາໄດ ເຂດປາກທາ ແຂວງບໍ່ແກ້ວ ໃຫ້ບໍລິສັດ ຂວັນໄຊນຳໂຊກ ກຣຸບ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ; ໂຄງການ ກໍ່ສ້າງສະໜາມຫັດແອບ ສິລະປະຍຸດ-ຍຸດທະວິທີ ໂຮງຮຽນຕີພິເສດ 303 ໃຫ້ບໍລິສັດ ວົງວິໄຊ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ; ໂຄງການ ກໍ່ສ້າງເສັ້ນທາງ ເບຕົງ ແລະ ເສັ້ນທາງປູຢາງພາຍໃນ ກອງຮ້ອຍ 51 ເຫຼົ່າຮົບຊ່າງແສງ ໃຫ້ບໍລິສັດ ວົງວິໄຊ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ; ໂຄງການ ກໍ່ສ້າງຂົວຂ້າມນ້ຳຮຸ້ງ ກອງພົນທີ 2 ແລະ ຂົວນໍ້າຕຽນ ໄປຫາ ກອງພັນ 422 ໃຫ້ບໍລິສັດ ພວງເພັດ ກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາ; ໂຄງການ ກໍ່ສ້າງເສັ້ນທາງເບຕົງ ແລະ ເດີນເບຕົງ ຂອງສາງກົນຈັກ II, ໄລຍະທີ II ໃຫ້ກຸ່ມບໍລິສັດ ມາລີນີ ຈຳກັດ ເປັນຜູ້ຮັບເໝົາ; ໂຄງການ ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ອ້ອມຄ້າຍ ແລະ ພາຍໃນຄ້າຍ ກອງພັນ 511 ໃຫ້ບໍລິສັດ ວຽງໄຊ ດວງປັນຍາ ກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາ. ໃນພິທີ ກະຊວງປ້ອງກັນປະເທດ ແລະ ຜູ້ຮັບເໝົາໂຄງການ ໄດ້ຮ່ວມກັນລົງນາມສັນຍາ ຕາມແຜນການ ແລະ ຂໍ້ຕົກລົງທີ່ໄດ້ກຳນົດໄວ້ ເພື່ອເຮັດໃຫ້ໂຄງການກໍ່ສ້າງເສັ້ນທາງ ສຳເລັດໄປຕາມແຜນການ ທັງເປັນການເພີ່ມທະວີຄວາມເຂັ້ມແຂງດ້ານວຽກງານປ້ອງກັນຊາດ, ອຳນວຍຄວາມສະດວກໃຫ້ແກ່ການປະສານງານ ລະຫວ່າງ ປກຊ-ປກສ ໃນການຮັກສາຄວາມສະຫງົບຕາມເຂດແດນ. ໂດຍ: ສຸພາພອນ ລາດສີເມືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ