ກອງບັນຊາການທະຫານນະຄອນຫຼວງວຽງຈັນ ປະກາດການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ ຫ້ອງເສນາທິການ
ເວລາອອກຂ່າວ: 2026-09-07 10:00:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ: ![]()
ພິທີ ປະກາດການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ ຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ກໍາມະການຄະນະປະຈໍາພັກ, ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກຮາກຖານ, ໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້່າຮ່ວມ.
ສະຫາຍ ພັນໂທ ຂັນທະລີ ບຸນສະຫວັດ ຫົວໜ້າພະແນກຈັດຕັ້ງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ ຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃນນີ້, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຈິດຕະພອນ ພັນວິໄລ ເປັນເລຂາຄະນະພັກຮາກຖານ ຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ.
ໂອກາດນີ້, ສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ຕື່ມອີກ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















