ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ການເຄື່ອນໄຫວ​ຂອງ​ກົມ​ກອງ​ຕ່າງໆ ໃນ​ເດືອນ​ສິງຫາ​ຜ່ານ​ມາ
ເວລາອອກຂ່າວ: 2026-09-08 11:56:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ:



ຫ້ອງ​ການເມືອງ ກອງ​ພົນ ​ທີ 2: ໄດ້​ສະຫຼຸບ​ການ​ນຳພາ​ຂອງ​ຄະນະ​ພັກ​ຮາກ​ຖານ ປະຈຳ​ໄຕ ​ມາດ II ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນ ສຳເລັດ​ດ້ານ​ຕ່າງໆ ທີ່​ຄະນະ​ພັກ​ຮາກ​ຖານ​ສ້າງ​ມາ​ໄດ້ ໃນ​ໄລຍະ​ຜ່ານ​ມາ, ບົນ​ພື້ນຖານ ໄດ້​ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ສະຫງົບ, ສະມາຊິກ​ພັກ, ພະນັກງານ-ນັກ ຮົບ ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ. ພ້ອມ​ກັນ​ນີ້, ຍັງ​ໄດ້​ຈັດ​ຕັ້ງ​ຍ້ອງຍໍ​ຜົນງານ 5 ປີ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງ ທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ. ໃນ​ນັ້ນ, ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ ຊັ້ນ II ຈຳນວນ 4 ສະຫາຍ, ຊັ້ນ III ຈຳນວນ 13 ສະຫາຍ, ຫຼຽນ​ກາ​ແຮງ​ງານ 19 ສະຫາຍ ແລະ ໃບ​ຍ້ອງ​ຍໍ້​ລັດຖະບານ 3 ສະຫາຍ. ກອງ​ພົນ​ທີ 3: ໄດ້​ຈັດ​ພິທີ ປະກາດ​ການ​ແຕ່ງຕັ້ງ ຂັ້ນ​ນຳພາ-ບັນຊາ ກອງຮ້ອຍ, ໝວດ, ໝູ່ ແລະ ຊ່ວຍ​ວຽກ​ບັນດາ​ອົງການ​ກົມ​ກອງ ທີ່​ຂຶ້ນ​ກັບ ກອງ​ພົນ​ທີ 3. ​ທັງ​ນີ້, ກໍ​ເພື່ອ​ເປັນ​ການ​ປັບປຸງ​ບູລະນະ​ກົງຈັກ​ການຈັດຕັ້ງ​ນຳ ພາ-ບັນຊາ ຢູ່​ກອງ​ພົນ​ທີ 3 ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ ເຂັ້ມແຂງ​ໃນ​ທຸກ​ດ້ານ ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ໃນ​ສະເພາະ​ໜ້າ ແລະ ຍາວ​ນານ ໃຫ້​ໄດ້​ຮັບ​ໝາກຜົນ​ສູງ. ວິທະຍາຄານ​ເຕັກນິກ​ການ​ທະຫານ: ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ອຸດົມ ພິດ​ສະ​ນຸ​ກັນ ເປັນ​ຮອງ​ຫົວໜ້າ​ຄະນະ​ວິຊາ ຄູ​ເສນາ​ເຕັກນິກ, ສະຫາຍ ພັນ​ຕີ ນາງ ລັດ​ສະ​ນີ​ກອນ ພັນທະ​ມິດ ເປັນ​ຫົວໜ້າ​ສາຂາ​ວິຊາ ທິດ​ສະ​ດີ​ມາກ-ເລ​ນິນ, ສະ ຫາຍ ພັນ​ໂທ ຈັນທະ​ລາ ຈັນທະ​ວົງ ເປັນ​ຮອງ​ຫົວໜ້າ​ສາຂາ ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ແລະ ສະຫາຍ ພັນ​ຕີ ນາງ ບຸນ​ຜາ​ສຸກ ນັນທະ​ວົງ ເປັນ​ຮອງ​ຫົວໜ້າ​ສາຂາ ທິດ​ສະ​ດີ​ມາກ-ເລ​ນິນ. ພ້ອມ​ກັນ​ນີ້, ກໍ​ໄດ້​ກາດ​ການ​ປະ ດັບ​ທຽບ​ຊັ້ນ​ນາຍ​ທະຫານ ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ ໃນ​ນີ້, ປະດັບ​ທຽບ​ຊັ້ນ​ຮ້ອຍ​ໂທ ຈຳນວນ 8 ສະຫາຍ ແລະ ຮ້ອຍ​ຕີ 1 ສະຫາຍ. ໃນ​ພິທີ ຍັງ​ໄດ້​ຜ່ານ​ແຈ້ງ​ການ​ຂອງ​ກົມ​ພະນັກງານ ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ສົ່ງ​ພະ ນັກງານ-ນັກຮົບ ໄປ​ຄົ້ນຄວ້າ​ປະ ລິນຍາ​ໂທ, ກໍ່ສ້າງ​ປະລິນຍາ​ຕີ, ກໍ່ສ້າງ​ເລັ່ງ​ລັດ ແລະ ບຳລຸງ​ວິຊາສະເພາະ​ຕ່າງໆ ຢູ່​ບັນດາ​ວິທະຍາ ຄານ ແລະ ໂຮງຮຽນ​ຂອງ​ກອງ ທັບ​ປະຊາຊົນ​ລາວ ສົກ​ປີ 2026-2027. ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ: ໄດ້​ເປີດ​ຊຸດ​ອົບ​ວິຊາ​ສະເພາະ​ກົດ​ລັບ ນຳ​ໃຊ້​ຈັກ​ລະຫັດ M FAX ຊຸດ​ທີ V ປະຈຳ​ປີ 2026. ບັ້ນ​ອົບຮົມ​ຄັ້ງ​ນີ້ ຈະ​ໄດ້​ອົບຮົມ​ຄວາມ​ຮູ້​ເບື້ອງ​ຕົ້ນ​ກ່ຽວ​ກັບ ຄອມພິວເຕີ, ຄວາມ​ຮູ້​ເບື້ອງ​ຕົ້ນ​ກ່ຽວ​ກັບ ໄມໂຄຊອບເວີດ 2003, ການ​ບັນທຶກ, ເປີດ ແລະ ລຶບ​ເອກະສານ, ການ​ເລືອກຟອນ ແລະ ຂະໜາດ​ຕົວ​ໜັງສື, ການ​ຍ້າຍ, ການ​ສຳ​ເນົາ​ຂໍ້ຄວາມ ແລະ ການ​ກັບ​ຄືນ​ຫາ​ຂັ້ນ​ຕອນ​ທີ່​ຜ່ານ​ມາ, ການ​ສ້າງ ແລະ ການ​ຈັດ​ຮູບ​ແບບ​ຂອງ​ຕາຕະລາງ, ການ​ກຳ ນົດ​ຂອບ​ເຈ້ຍ ແລະ ການ​ກຳນົດ​ລວງ​ພິມ, ພາກ​ປະຕິບັດ​ການ​ເຂົ້າ​ຫາ ໂປແກຼມ M fax-TWL, ການ​ເລືອກ​ຫ້ອງ​ສາຍ​ຕິດຕໍ່, ອ່ານ fax, ຂຽນ​ໂທລະເລກ, ເຂົ້າ-ແກ້​ລະຫັດ, ຮັບ-ສົ່ງ​ໂທລະເລກ, ພິມ​ເນື້ອ​ໃນຟາຍໂທລະເລກ, ແນະນຳ​ລະບົບ​ຕໍ່​ພວງ ແລະ ວິທີ​ແກ້​ໄຂ​ກໍລະນີ, ການ​ຄຸ້ມ​ຄອງ​ນຳ​ໃຊ້, ການ​ປົກ​ປັກ​ຮັກສາ​ເຄື່ອງ​ຈັກ​ລະຫັດ​ກົດ​ລັບ ແລະ ແຜນ (CD key) ກຳນົດ​ເວລາ​ອົບຮົມ 45 ວັນ. ກອງພັນ 299 ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ: ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງຕັ້ງ ສະ ຫາຍ ພັນ​ຕີ ບຸນ​ສູງ ສີ​ນວນ​ສຸກ ເປັນ​ຮັກສາ​ການ ຮອງ​ຫົວໜ້າ​ການ​ທະຫານ ທັງ​ເປັນ​ກຳມະການ​ຄະນະ​ພັກ​ຮາກ​ຖານ ກອງພັນ 299, ໂດຍ​ການ​ເປັນ​ປະທານ​ຂອງ​ສະ ຫາຍ ພັນ​ເອກ ສົມພານ ເມືອງ​ຈັນ ຄະນະ​ພັກ​ກອງ​ບັນຊາ​ການ, ຫົວ ໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນ ຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ. ກອງ​ພົນ​ທີ 5: ອະນຸ​ກຳມະ ການ​ກວດກາ ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຂອງ​ກອງ​ພົນ ໄດ້​ລົງ​ກວດກາ ແລະ ຊຸກຍູ້​ການ​ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຢູ່​ກອງ ພັນ​ໃຫຍ່ 502, ກອງພັນ 11, ກອງພັນ 12, ກອງພັນ 18 ແລະ ບັນດາ​ກອງຮ້ອຍ​ຂຶ້ນ​ກັບ. ການ​ລົງ​ເຄື່ອນ​ໄຫວ​ຢູ່​ແຕ່​ລະ​ກົມ​ກອງ ໄດ້​ຮັບ​ຟັງ​ລາຍ​ງານ​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດວຽກ​ງານ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຕິດ​ພັນ​ກັບການ​ສ້າງ​ກອງ 3 ປອດ, ຍົກ​ໃຫ້​ເຫັນ​ດ້ານ​ດີ, ຂໍ້​ຈຳກັດ ແລະ ບັນຫາ​ທີ່​ຈະ​ຕ້ອງ​ສຸມ​ໃສ່​ປັບປຸງ​ແກ້​ໄຂ​ໃນຕໍ່ໜ້າ. ຈາກ​ນັ້ນ, ຄະນະ​ກວດກາ​ໄດ້​ມີ​ຄຳ​ເຫັນ​ຊີ້​ນຳ, ອະທິບາຍ​ເພີ່ມ​ຕື່ມ ກ່ຽວ​ກັບ​ຂັ້ນ​ຕອນ ແລະ ວິທີ​ການຈັດຕັ້ງ​ປະຕິບັດ ວຽກ​ງານ​ດັ່ງກ່າວ​ຢູ່​ແຕ່​ລະ​ກົມ​ກອງ. ກອງ​ເລຂາ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 1: ໄດ້​ຈັດ​ກອງ​ປະຊຸມ ຄົ້ນຄວ້າ​ປັບປຸງ​ຂໍ້​ກຳນົດ​ກົດ​ລະບຽບ​ການ​ຄຸ້ມ​ຄອງ​ນັກຮຽນ, ເຊິ່ງ​ປະກອບ​ມີ 8 ໝວດ 44 ມາດ ຕາ. ຈຸດປະສົງ ກໍ​ເພື່ອ​ຄວາມ​ເປັນ​ເອກະ​ພາບ ໃນ​ການຈັດຕັ້ງ​ປະຕິ ບັດ​ໃຫ້​ຖືກຕ້ອງ​ສອດຄ່ອງ ຕາມ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ ກໍ​ຄື ຂອງ​ໂຮງຮຽນ​ວາງ​ອອກ, ເພື່ອ​ຄຸ້ມ​ຄອງ​ນັກຮຽນ ໃນ​ການ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ, ລະບຽບ​ວິໄນ​ຂອງ​ໂຮງຮຽນ ໃຫ້​ມີ​ຄວາມ​ເຂັ້ມ​ງວດ, ເຂັ້ມແຂງ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ. ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ: ໄດ້​ເປີດ​ເຝິກອົບ ຮົມ ວິຊາ​ສະເພາະ​ກົດ​ລັບ ແລະ ອົບຮົມ​ປະສານ​ພາກ​ປະຕິບັດ​ຕົວ​ ຈິງ ກັບ​ວິຊາ​ສະເພາະ​ສື່ສານ ຊຸດ​ທີ I ປະຈຳ​ປີ 2026. ການ​ອົບຮົມ​ຄັ້ງ​ນີ້ ຈະ​ໄດ້​ແບ່ງ​ອອກ​ເປັນ 3 ພາກ ຄື: ພາກ​ທິດ​ສະ​ດີ, ພາກ​ປະຕິບັດ​ຕົວ​ຈິງ ດ້ານ​ວຽກ​ງານ​ວິຊາ​ສະເພາະ ແລະ ພາກ​ອອກ​ສະໜາມ​ຕົວ​ຈິງ, ເຊິ່ງ​ມີ​ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມ​ທັງ​ໝົດ 18 ສະຫາຍ. ທັງ​ນີ້, ກໍ​ເພື່ອ​ເປັນ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ໃຫ້​ພະນັກງານ​ວິຊາ​ສະເພາະ​ກົດ​ລັບ ແລະ ວິຊາ​ສະເພາະ​ສື່ສານ ມີ​ຄວາມ​ຊຳນິ​ຊຳນານ​ທາງ​ດ້ານ​ຫຼັກ​ວິຊາ​ການ ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ກອງພັນ 94 ກອງ​ພົນ​ທີ 4: ໄດ້​ຈັດ​ຕັ້ງ​ເຜີຍແຜ່ກົດ​ລະບຽບ​ຂອງ​ກອງທັບ​ປະຊາຊົນ​ລາວ, ກົດ​ລະບຽບ​ດັ່ງກ່າວ ປະກອບ​ມີ XVI ພາກ, 299 ມາດຕາ. ທັງ​ນີ້, ກໍ​ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ ແລະ ເຂົ້າໃຈ​ແຈ້ງ​ຕໍ່​ບັນດາ​ຂໍ້​ກຳນົດ, ກົດ​ລະ ບຽບ​ຂອງ​ກອງທັບ ແລະ ນຳໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ່​ເຂັ້ມ​ງວດ. ກອງພັນ​ໃຫຍ່ 584: ໄດ້​ບໍ ລິຈາກ​ເລືອດ​ເພື່ອ​ຊ່ວຍເຫຼືອ​ສັງ ຄົມ ໃຫ້​ສູນ​ບໍລິຈາກ​ເລືອດ ອົງ ການ​ກາແດງ​ລາວ ແຂວງ​ຊຽງ​ຂວາງ, ເຊິ່ງ​ມີ​ພະນັກງານ-ນັກ ຮົບ ສະໝັກ​ໃຈ​ບໍລິຈາກ​ເລືອດ ທັງ​ໝົດ 20 ສະຫາຍ ໄດ້​ເລືອດ 20 ຖົງ. ທັງ​ນີ້, ກໍ​ເພື່ອ​ນຳໄປ​ຊ່ວຍເຫຼືອ ແລະ ກອບ​ກູ້​ເອົາ​ຊີວິດ​ເພື່ອນ​ມະນຸດ​ດ້ວຍ​ກັນ ກໍ​ຄື ຄົນ​ເຈັບ​ທີ່​ເປັນ​ພະຍາດ​ຂາດ​ເລືອດ, ຄົນ​ເຈັບ​ເກີດ​ອຸບັດ​ຕິ​ເຫດ ແລະ ອື່ນໆ ທີ່​ນອນ​ປິ່ນປົວ​ຢູ່​ໂຮງໝໍ​ແຫ່ງ​ຕ່າງໆ ໃຫ້​ມີ​ສຸຂະພາບ​ແຂງແຮງ ແລະ ຫາຍ​ດີ​ເປັນ​ປົກກະຕິ. ຊາວ​ໜຸ່ມ-ແມ່ຍິງ ວິທະຍາຄານ​ພະລາທິການ​ກອງທັບ: ໄດ້​ສ້າງ​ຂະ​ບວນ​ການ​ອອກແຮງ​ງານ​ລວມ​ອະນາໄມ​ບ່ອນ​ຮົກເຮື້ອ ຕາມ​ຂອບ​ເຂດ​ຫ້ອງການ, ຫໍ​ພັກ, ບັນ ຫາ​ຫ້ອງ​ຮຽນ, ເກັບ​ເສດ​ຂີ້​ເຫຍື້ອ​ຕາມ​ເສັ້ນທາງ ແລະ ຖາງ​ຫຍ້າ​ສອງ​ຟາກ​ທາງ ໃຫ້​ເປີດ​ແປນ ເພື່ອ​ໃຫ້​ບໍລິເວນ​ຄ້າຍ​ຄູ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ສະອາດ​ຈົບ ງາມ ເພື່ອ​ສ້າງ​ຂະ​ບວນ​ການ​ຂ່ຳ ນັບ​ຮັບ​ຕ້ອນວັນ​ປະຫວັດສາດ​ສຳຄັນ​ຂອງ​ຊາດ, ຂອງ​ກອງທັບ, ໂດຍ​ສະເພາະ​ແມ່ນວັນ​ສ້າງຕັ້ງ​ວິທະຍາຄານ​ພະລາທິການ​ກອງ ທັບ ຄົບຮອບ 30 ປີ ໃຫ້​ມີ​ບັນຍາ ກາດ​ຟົດຟື້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ