ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ປະເມີນການຮຽນ-ການສອນ
ເວລາອອກຂ່າວ: 2026-09-08 15:12:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ: ![]()
ວັນທີ 7 ກັນຍາ 2026 ນີ້, ທີ່ກອງພັນໃຫຍ່ 642 ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ແລະ ປະເມີນ ການຮຽນ-ການສອນ ຮ່ວມກັນ ລະຫວ່າງ ໂຮງຮຽນທິດສະດີການເມືອງ ການປົກຄອງແຂວງບໍລິຄໍາໄຊ ແລະ ກອງພັນໃຫຍ່ 642, ໂດຍມີສະຫາຍ ພັນໂທ ຄໍາປິ່ງ ຄູນສົມເຮືອງ ຫົວໜ້າການເມືອງ ກອງພັນໃຫຍ່ 642 ແລະ ອາຈານ ຈົ່ງຊົງ ຈົ່ງເຕັງ ອໍານວຍການໂຮງຮຽນທິດສະດີການເມືອງການປົກຄອງແຂວງບໍລິຄໍາໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ສໍສິນໄຊ ຈັນທະແສງ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 642 ໄດ້ລາຍງານສະພາບການລວມ ຂອງພະນັກງານ ທີ່ຮຽນຈົບຈາກໂຮງຮຽນທິດສະດີການເມືອງການປົກຄອງແຂວງບໍລິຄໍາໄຊ ໃນແຕ່ລະຊຸດ ເຫັນໄດ້ວ່າ ມີຄວາມຮູ້, ຄວາມສາມາດ ໃນການນໍາພາ-ຊີ້ນໍາ ບັນດາໜ້າວຽກທີ່ຕົນເອງຮັບຜິດຊອບໄດ້ດີ, ມີແນວຄິດປະດິດສ້າງ, ກ້າເຮັດກ້າທໍາ ແລະ ກ້າຮັບຜິດ ເຊິ່ງມັນສະແດງອອກ ຄື: ມີຫຼາຍສະຫາຍໄດ້ຮັບໜ້າທີ່ໃໝ່ ທີ່ການຈັດຕັ້ງມອບໝາຍໃຫ້ ເປັນຕົ້ນແມ່ນ ເປັນຄະນະກອງພັນ, ເປັນຫົວໜ້າຂະແໜງ, ເປັນຫົວໜ້າ ແລະ ຮອງກອງຮ້ອຍ. ພ້ອມນັ້ນ, ບັນດາສະຫາຍທີ່ຖືກຄັດເລືອກໄປຮຽນແຕ່ລະຊຸດ ລ້ວນແລ້ວແຕ່ເປັນເປົ້າໝາຍສ້າງພະນັກງານລຸ້ນສຶບທອດປ່ຽນແທນໃນຕໍ່ໜ້າ.
ຈາກນັ້ນ, ຄະນະທັງສອງຝ່າຍ ໄດ້ພ້ອມກັນແລກປ່ຽນຂໍ້ມູນ, ສະພາບການ ທີ່ກ່ຽວຂ້ອງ, ແລກປ່ຽນວິທີການ, ຮູບການ ແລະ ບົດຮຽນ ຈາກການປະຕິບັດງານຕົວຈິງ. ພ້ອມທັງ ເນັ້ນໃສ່ການປັບປຸງສ້າງພະນັກງານຮຸ່ນສຶບທອດ ໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆ ແລະ ເໝາະສົມກັບສະພາບການ ຕາມຍຸກສະໄໝໃໝ່. ທັງນີ້, ກໍເພື່ອພົບປະ, ສ້າງຄວາມເຂົ້າໃຈ ແລະ ແລກປ່ຽນບົດຮຽນ ທັງເປັນການປະເມີນການຮຽນ-ການສອນ ຂອງໂຮງຮຽນທິດສະດີການເມືອງການປົກຄອງແຂວງບໍລິຄໍາໄຊ ໃນການຖ່າຍທອດບົດຮຽນ ໃຫ້ບັນດາສະຫາຍນັກສຶກສາ ພາຍຫຼັງທີ່ໄດ້ຮຽນຈົບແລ້ວກັບຄືນມາປະຕິບັດໜ້າທີ່ຢູ່ກົມກອງ ມີຜົນສໍາເລັດໜ້ອຍຫຼາຍພຽງໃດ.
ໂດຍ: ແຟນຕ່າ ໄຊຍະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















