ຫົວໜ້າການທະຫານ ວພກ ຕ້ອນຮັບຄະນະຊ່ຽວຊານ ສສ ຫວຽດນາມ
ເວລາອອກຂ່າວ: 2026-09-08 16:09:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 340 | ຄວາມນິຍົມ: ![]()
ວັນທີ 7 ກັນຍາ 2026 ນີ້, ຢູ່ທີ່ຫ້ອງຮັບແຂກ ວິທະຍາຄານພະລາທິການກອງທັບ (ວພກ), ສະຫາຍ ພັນເອກ ປອ ສົມເພັດ ວົງພະຈັນ ຫົວໜ້າການທະຫານ ວພກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຊ່ຽວຊານ ວິທະຍາຄານພະລາທິການ ກອງທັບປະຊາຊົນຫວຽດນາມ ຊຸດທີ 10 ເຊິ່ງນໍາພາໂດຍສະຫາຍ ພັນເອກ ດາວ ຈຸງທົງ ຫົວໜ້າຄະນະຊ່ຽວຊານ ພ້ອມດ້ວຍຄະນະ ທີ່ມາຊ່ວຍສ້າງໂຄງການຫຼັກສູດ ການຮຽນການສອນ-ຍຸດທະບັ້ນຮົບ ແລະ ໂຄງການຫຼັກສູດປະລິນຍາເອກ ພະລາທິການ.
ໂອກາດນີ້, ສະຫາຍ ພັນເອກ ປອ ສົມເພັດ ວົງພະຈັນ ໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ເລິກເຊິ່ງກວ່າເກົ່າ ເວົ້າລວມ, ເວົ້າສະເພາະ ແມ່ນການເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງກອງທັບ ລາວ-ຫວຽດນາມ ບົນຈິດສໍານຶກສາຍພົວພັນທີ່ດີງາມ ແລະ ຄວາມສັດຊື່ຕໍ່ກັນຕະຫຼອດມາ ເພື່ອແນໃສ່ໃນພາລະກິດປົກປັກຮັກສາ, ສ້າງສາຍພົວພັນສ້າງສາພັດທະນາປະເທດຊາດ ພ້ອມທັງ, ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ໃຫ້ໝັ້ນຄົງຈະເລີນງອກງາມຂຶ້ນເລື້ອຍໆ.
ສະຫາຍ ພັນເອກ ດາວ ຈຸງທົງ ໄດ້ສະແດງຄວາມຂອບໃຈ ຕໍ່ ການຕ້ອນຮັບອັນອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນດີງາມ, ມີມູນເຊື້ອແບບພິເສດ ລາວ-ຫວຽດນາມ ພ້ອມທັງ, ມີຄໍາເຫັນແລກປ່ຽນຫຼາຍບັນຫາທີ່ສໍາຄັນ ແລະ ອວຍພອນໃຫ້ ສະຫາຍ ພັນເອກ ປອ ສົມເພັດ ວົງພະຈັນ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານໃນຊີວິດ ແລະ ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ອວຍພອນນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ.
ໂດຍ: ພອນປະສົງ ຢ່າງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















