ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ອົງການກາແດງແຂວງຈຳປາສັກ ເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ ກອງພັນ 429
ເວລາອອກຂ່າວ: 2026-09-09 10:00:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:



ວັນທີ 8 ກັນຍາ 2026 ນີ້, ອົງການກາແດງແຂວງຈຳປາສັກ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ກອງພັນ 429 ກອງພົນທີ 5, ນຳພາໂດຍ ທ່ານ ນາງ ອຸໄລວັນ ພຸດທະວົງ ຮອງຫົວໜ້າສູນເລືອດ ອົງການກາແດງແຂວງຈຳປາສັກ, ມີສະຫາຍ ພັນຕີ ສົມອົກ ສີທະພອນ ຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ ກອງພັນ 429, ມີສະຫາຍ ຮ້ອຍເອກ ບຸນຖອງ ທອງສະໝຸດ ຕາງໜ້າພະແນກເສນາຮັກ ກອງພົນທີ 5, ບັນດາວິຊາການຈາກອົງການກາແດງແຂວງຈຳປາສັກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ທ່ານ ນາງ ອຸໄລວັນ ພຸດທະວົງ ໄດ້ເຊີນຊວນພະນັກງານ-ນັກຮົບ ຜູ້ທີ່ມີສຸຂະພາບແຂງແຮງ ຮ່ວມໃຈກັນບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ເຊິ່ງເປັນການຮ່ວມສົ່ງຕໍ່ນ້ຳໃຈອັນດີງາມໃຫ້ແກ່ຄົນເຈັບທີ່ກຳລັງລໍຖ້າເລືອດ. ການຮ່ວມໃຈກັນບໍລິຈາກເລືອດ ເພາະບາງຄັ້ງ “ການໃຫ້ພຽງເລັກໜ້ອຍຈາກເຮົາ” ອາດໝາຍເຖິງ “ຊີວິດທັງຊີວິດ” ສຳລັບອີກຄົນໜຶ່ງ. ການບໍລິຈາກເລືອດໃນຄັ້ງນີ້ ມີພະນັກງານ-ນັກຮົບ ສະໝັກໃຈບໍລິຈາກເລືອດ 5 ສະຫາຍ ໄດ້ເລືອດ ຈຳນວນ 5 ຖົງ. ໂດຍ: ສີສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ