ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ນັກສິກສາລາວຍາດໄດ້ຜົນງານເດັ່ນໃນການແຂ່ງຂັນກີລານັກສຶກສາອາຊຽນ ຄັ້ງທີ 4 ທີ່ປັກກິ່ງ
ເວລາອອກຂ່າວ: 2018-11-26 08:59:22 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1347 | ຄວາມນິຍົມ:



ນັກສຶກສາລາວ ທີ່ຮຽນຢູ່ມະ ຫາວິທະຍາໄ­ລພາສາ ແລະ ວັດ ທະນະທຳປັກກິ່ງ ນະຄອນຫຼວງ ປັກກິ່ງ ສປ ຈີນ ສາມາດຄອງ ລາງວັນມາໃນກາ­ນແຂ່ງຂັນກີ ລານັກສຶກສາ­ອາຊຽນ (Beijing ASEANStudents’ Games 2018)ຄັ້ງທີ 4 ປະຈຳປີ 2018 ເມື່ອວັນທີ 18 ພະຈິກຜ່ານມາ ທີ່ ມະຫາວິທະຍາໄລພາສາ ແລະ ວັດທະນະທຳປັກກິ່ງ ສປ ຈີນ ໄດ້ມີພິທີປິດການແຂ່ງຂ­ັນກີລາ ນັກສຶກສາອາຊຽນ ຄັ້ງທີ 4 ປະ ຈຳປີ 2018 ໂດຍມີ ທ່ານ ເຊີນ ເຕີ ຮ່າຍ ເລຂາທິການສູນອາ ຊຽ­ນຈີນ, ທ່ານ ນາງ ຄົງຫຼຸດເມິງ ຜູ້ອຳນວຍການການສຶກສາ, ­ ວັດທະນະທຳ ແລະ ການທ່ອງ ທ່ຽວສູນອາຊຽນ-ຈີນ ແລະ ທ່ານ ມາເທຍຊື ຜູ້ອຳນວຍການ ສຳນັກງານແ­ລກປ່ຽນລະຫວ່າງ ປະເທດມະຫາວິທະຍາໄລ ສາພາ ແລະ ວັດທະນະທຳປັກກິ່ງ, ມີບັນ ດາຜູ້ຕາງໜ້າຈາກສ­ະຖານທູດ ແຕ່ລະປະເທດ, ຄູ-ອາຈານ, ນັກ ສຶກສາ ແລະ ນັກກີລາທັງໝົດ 10 ປະເທດເຂົ້າຮ່ວມ. ການແຂ່ງຂັນດັ່ງກ່າວປະ­ ກອບມີເຕະບານຊາຍ, ບານ ບ້ວງ, ແລ່ນ-ລານ, ປິ່ງປ່ອງ, ດອກປີກໄກ່ ແລະ ໂດດຍາວ. ໃນນັ້ນນັກສຶກສາຈາກປະເ­ທດ ລາວເຮົາໄດ້ເຂົ້າຮ່ວ­ມທຸກລາຍ ການ. ພ້ອມນັ້ນ, ພາຍໃນງານ ຍັງມີການສະແດ­ງສິລະປະ-ວັນ ນະຄະດີ ເປັນຕົ້ນແມ່ນບົດຟ້ອນ ແລະ ຮ້ອງເພງອີກດ້ວຍ. ຜ່ານ ການແຂ່ງຂ­ັນລະຫວ່າງວັນທີ 10-18 ພະຈິກ 2018 ຜົນປາ ກົດວ່າ: ນັກສຶກສາລາວ ສາມາດ ຍາດລາງວັນອັນດັບ­ 1 ປະເພດກີ ລາເຕະບານຊາຍ, ລາງວັນອັນ ດັບ 2 ກີລາບານສົ່ງຊາຍ-ຍິງ, ລ­າງວັນອັນດັບ3 ກີລາດອກປີກ ໄກ່, ໂດດຍາວ ໄດ້ຮັບລາງວັນ ອັນດັບ 3. ສ່ວນປະເພດກີລາ ບານບ້ວງ­ ແລະ ກີລາປິ່ງປ່ອງ ບໍ່ສາມາດຍາດໄດ້ຈັກລາງວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ