ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງ​ພົນ​ທີ 1 ເປີດ​ຊຸດ​ອົບຮົມ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ​ໄລ​​​ຍະ​ສັ້ນ
ເວລາອອກຂ່າວ: 2026-09-10 09:03:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ:



ໃນ​ວັນ​ທີ 7 ກັນຍາ 2026 ນີ້, ກອງ​ພົນ​ທີ 1 ໄດ້​ເປີດ​ຊຸດ​ອົບຮົມ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ​ໄລຍະ​ສັ້ນ​ຂັ້ນ​ກອງຮ້ອຍ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ຂຸ້ມ ສີຄຳ​ໄຊ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ1, ມີ​ບັນດາ​ອົງການ 5 ຫ້ອງ, ກອງພັນ​ໃຫຍ່, ກອງພັນ, ກອງຮ້ອຍ​ເອກະລາດ ແລະ ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ພັດ ສີ​ວິ​ໄຊ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ໄດ້​ ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ຊຸດ​ອົບຮົມ ວຽກ​ງານ​ພັກ-ວຽກ​ງານ​ການເມືອງ​ຂັ້ນ​ກອງຮ້ອຍ​ຊຸດ​ທີ IV ທົ່ວ​ກອງ​ພົນ​ທີ 1 ຈາກ​ນັ້ນ ສະຫາຍ ພັນ​ໂທ ພູ​ວຽງ ອາ​ລຸນ​ຊົມ ຫົວໜ້າ​ພະ​ແນກ​ໂຄສະນາ-ອົບຮົມ ຫ້ອງ​ການເມືອງ ໄດ້​ຜ່ານ​ແຜນການ​ເປີດ​ຊຸດ​ອົບຮົມ ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ໄລຍະ​ສັ້ນ ຊຸດ​ທີ IV ທົ່ວ​ກອງ​ພົນ​ທີ 1 ປະຈຳ​ປີ 2026. ຈຸດປະສົງ​ໃນ​ການ​ເປີດ​ອົບຮົມ​ໃນ​ຄັ້ງ​ນີ້ ເພື່ອ​ຍົກ​ລະດັບ​ທິດ​ສະ​ດີ​ການເມືອງ​ໃຫ້​ພະນັກງານ​ຂັ້ນ​ນຳພາ-ບັນຊາ​ທີ່​ບໍ່​ທັນ​ ຜ່ານ​ໂຮງຮຽນ​ນາຍ​ທະຫານ ໃຫ້ກຳ​ໄດ້​ທິດ​ສະ​ດີ, ຫຼັກການ ແລະ ລະບຽບ​ການ​ໃນ​ການ​ນຳພາ-ບັນຊາ​ກົມ​ກອງ, ນຳ​ເອົາ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ​ມາ​ອົບຮົມ​ໃຫ້​ພະນັກງານ​ການ​ນຳ​ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ອຸດົມ​ການ​ພັກ​ຢ່າງ​ຖືກຕ້ອງ, ຍົກ​ລະດັບ​ທິດ​ສະ​ດີ, ຫຼັກການ​ກ່ຽວ​ກັບ​ແບບແຜນ ​ວິທີ​ເຮັດ​ວຽກ​ຂອງ​ພະນັກງານ​ຂັ້ນ​ນຳພາ-ບັນຊາ​ຢູ່​ບັນດາ​ກົມ​ກອງ​ຮາກ​ຖານ ໃນ​ຂັ້ນ​ກອງຮ້ອຍ​ໃຫ້​ມີ​ປະສິດທິພາບ​ສູງ​ຂຶ້ນ​ເລື້ອຍໆ. ໂອກາດ​ນີ້, ສະຫາຍ ພັນ​ເອກ ບຸນ​ຂຸ້ມ ສີຄຳ​ໄຊ ໄດ້​ເນັ້ນ​ໜັກ​ໃຫ້ ນັກ​ເຝິກອົບຮົມ​ຈົ່ງ​ຕັ້ງໃຈ​ເຂົ້າ​ຮ່ວມ​ເຝິກອົບຮົມ, ດຸໝັ່ນ​ຄົ້ນຄວ້າ​ຮ່ຳຮຽນ, ສົນທະນາ​ແລກປ່ຽນ​ຖອດ​ຖອນ​ຄວາມ​ຮູ້​ເຊິ່ງ​ກັນ ແລະ ກັນ, ເພື່ອ​ນຳ​ເອົາ​ບົດຮຽນ​ການ​ເຝິກອົບຮົມ​ໃນ​ຄັ້ງ​ນີ້​ໄປ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ຢູ່​ບັນດາ​ກົມ​ກອງ​ຂອງ​ຕົນ​ໃຫ້​ເກີດ​ດອກ​ອອກ​ຜົນ, ຮັກສາ​ຄວາມ​ສາມັກຄີ, ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ການ​ມອບ​ໝາຍ. ໂດຍ: ຄຳ​ພຸດ ພານຸ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ