ກອງບັນຊາການທະຫານເມືອງບຸນເໜືອ ເປີດອົບຮົມ-ຫັດແອບ ປະຈຳໄຕມາດ II
ເວລາອອກຂ່າວ: 2026-09-10 09:07:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 315 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ກອງບັນຊາການທະຫານເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳໄຕມາດ II ປີ 2026, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ຄຳແພງ ອຸ່ນສະຫວັນ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຜົ້ງສາລີ, ມີສະຫາຍ ພັນໂທ ບຸນຈັນ ທະໄລຄຳ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງບຸນເໜືອ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນສຸກເຮືອງ ຈັນທະວົງ ຮອງຫົວໜ້າພະແນກອົບຮົມ ຫ້ອງເສນາທິການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງຜົ້ງສາລີ ວ່າດ້ວຍການອະນຸມັດ ໃຫ້ກອງບັນຊາການທະຫານເມືອງບຸນເໜືອ ເປີດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳໄຕມາດ II ປີ 2026. ຈາກນັ້ນ, ສະຫາຍ ພັນໂທ ວຽງຄຳ ມົນທະມິດ ຮອງຫົວໜ້າການທະຫານ ກອງບັນຊາການທະຫານເມືອງບຸນເໜືອ ໄດ້ຜ່ານແຜ່ນການອົບຮົມ-ຫັດແອບ ປະກອບມີ ພາກການເມືອງຮັບໃຊ້ສູ້ຮົບ ກຳນົດເວລາອົບຮົມ 7 ວັນ, ພາກລະບຽບ-ພິທີການ 7 ວັນ, ພາກກິລາການທະຫານ 8 ວັນ, ຄວາມຮູ້ກ່ຽວກັບເຫຼົ່າຮົບ 2 ວັນ, ສິລະປະຍຸດທະຫານຮາບ 22 ວັນ, ຍຸດທະວິທີທະຫານຮາບ 30 ວັນ, ພາກພະລາທິການ 4 ວັນ ແລະ ພາກເຕັກນິກ 4 ວັນ, ກຳນົດເວລາອົບຮົມ-ຫັດແອບທັງໝົດ 90 ວັນ. ຈຸດປະສົງ ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກຮົບ ມີຄວາມຊຳນານຄ່ອງແຄ້ວ ຮັບປະກັນການກຽມພ້ອມສູ້ຮົບ, ທັງເປັນການເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ໃຫ້ພະນັກງານ-ນັກຮົບ ມີສຸຂະພາບເຂັ້ມແຂງ ກຽມພ້ອມຮັບໃຊ້ໜ້າທີ່ໃນທຸກສະພາບການ.
ສະຫາຍ ພັນເອກ ຄຳແພງ ອຸ່ນສະຫວັນ ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ຄູອາຈານ ແລະ ພະນັກງານ-ນັກຮົບ ຈົ່ງພ້ອມກັນເປັນເຈົ້າການ ປະຕິບັດແຜນການອົບຮົມ-ຫັດແອບ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ຂອງກົມກອງວາງອອກ ໃຫ້ເຂັ້ມງວດ, ບຸກບືນຜ່ານຜ່າອຸປະສັກຫຍຸ້ງຍາກນາໆປະການ ເພື່ອເຮັດໃຫ້ບັ້ນອົບຮົມ-ຫັດແອບ ສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນຄວາມສະຫງົບປອດໄພ 100%.
ໂດຍ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















