ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໂອ້ລົມ ຄະນະເຝິກຊ້ອມຮ່ວມກອງທັບ ລາວ-ຈີນ “ຂະບວນລົດໄຟສັນຕິພາບ-2026”
ເວລາອອກຂ່າວ: 2026-09-10 15:04:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 530 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະຊີ້ນໍາລວມການເຝິກຊ້ອມຮ່ວມ ກອງທັບ ລາວ-ຈີນ ເພື່ອມະນຸດສະທຳ ແລະ ການບໍລິການດ້ານການແພດ ພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ-2026” ໄດ້ໂອ້ລົມຄະນະເຝິກຊ້ອມ ຢູ່ທີ່ ສະໜາມເຝິກຊ້ອມຈຳລອງ ສະຖານີປ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະເຝິກອົບຮົມ ເພື່ອມະນຸດສະທຳ ແລະ ການບໍລິການດ້ານການແພດ “ຂະບວນລົດໄຟສັນຕິພາບ-2026” ທີ່ມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ ໃນການເຂົ້າຮ່ວມບັ້ນເຝິກອົບຮົບຄັ້ງນີ້ ແລະ ໄດ້ເນັ້ນໜັກໃຫ້ ຄະນະເຝິກອົບຮົມ ກໍາແໜ້ນໄດ້ເນື້ອໃນບົດຮຽນ ຢ່າງເລິກເຊິ່ງ, ສ້າງຮ່າງກາຍຈິດໃຈໃຫ້ມີຄວາມພ້ອມ, ມີ ຄວາມສາມັກຄີ, ປະຕິບັດລະບຽບສະໜາມຢ່າງເຂັ້ມງວດ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍ ເຊິ່ງການເຝິກຊ້ອມຄັ້ງນີ້ ບໍ່ພຽງແຕ່ຍົກສູງຄວາມຮູ້ ແລະ ຄວາມຊຳນານ ແຕ່ຍັງເປັນການເຝິກຊ້ອມຄວາມຮັບຜິດຊອບ ແລະ ນ້ຳໃຈເສຍສະຫຼະເພື່ອມະນຸດສະທຳ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຖິງຄວາມສໍາຄັນ ຂອງວຽກງານມະນຸດສະທຳ ຖືເອົາການຮັກສາຊີວິດ, ເບິ່ງແຍງສຸຂະພາບ ແລະ ຊ່ວຍເຫຼືອປະຊາຊົນ ເມື່ອປະສົບເຫດສຸກເສີນເປັນສຳຄັນ ແລະ ການເຝິກຊ້ອມຮ່ວມກອງທັບ ລາວ-ຈີນ ຍັງເປັນໂອກາດອັນດີໃຫ້ຄະນະ ແລະ ກຳລັງພົນ ໄດ້ຮຽນຮູ້, ແລກປ່ຽນບົດຮຽນ ແລະ ປະສົບການ ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ.
ໂອກາດດັ່ງກ່າວ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຍັງໄດ້ໂອ້ລົມ ຄະນະຮັບຜິດຊອບເຮືອນຄົວລວມ ທີ່ປະຕິບັດໜ້າທີ່ຮັບປະກັນການກິນຢູ່ ໃນບັ້ນເຝິກຊ້ອມ “ຂະບວນລົດໄຟສັນຕິພາບ-2026” ໃຫ້ເອົາໃຈໃສ່ດ້ານສຸຂະອະນາໄມ ແລະ ຄວາມປອດໄພດ້ານອາຫານຢ່າງເຂັ້ມງວດ, ຈັດສະຖານທີ່ປະກອບອາຫານ ແລະ ບ່ອນຮັບປະທານໃຫ້ສະອາດ, ເປັນລະບຽບ ແລະ ຮັບປະກັນສິ່ງອຸປະໂພກທີ່ຈໍາເປັນໃຫ້ພຽງພໍ ເພື່ອເຮັດໃຫ້ກຳລັງພົນ ມີສຸຂະພາບແຂງແຮງ ພ້ອມປະຕິບັດໜ້າທີ່ໃນການເຝິກຊ້ອມຄັ້ງນີ້ ມີຜົນສຳເລັດຢ່າງຈົບງາມ. ຈາກນັ້ນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຍັງໄດ້ເຄື່ອນໄຫວຕິດຕາມ ການກະກຽມເຝິກຊ້ອມໃຫຍ່ຢູ່ພາກສະໜາມ ເພື່ອຮັບປະກັນດ້ານວຽກງານຕ່າງໆ ໃຫ້ສຳເລັດຕາມແຜນການ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















