ຄະນະກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວວຽກງານ ຢູ່ໜ່ວຍພັກ ກົມປ້ອງກັນອາກາດ
ເວລາອອກຂ່າວ: 2026-09-10 15:11:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 451 | ຄວາມນິຍົມ: ![]()
ວັນທີ 9 ກັນຍາ 2026 ນີ້, ຄະນະກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ກົມໃຫຍ່ເສນາທິການກອງທັບ ນຳພາໂດຍ ສະຫາຍ ພົນຈັດຕະວາ ມອນໄຊ ສະລິດໄຊ ກຳມະການຄະນະພັກກົມໃຫຍ່, ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວກວດກາວຽກງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ຢູ່ ຄະນະໜ່ວຍພັກ ກົມປ້ອງກັນອາກາດ, ມີສະຫາຍ ພັນເອກ ພູຄໍາ ຄຳທອງໃບ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມປ້ອງກັນອາກາດ ພ້ອມດ້ວຍຄະນະໜ່ວຍພັກ ເຂົ້າຮ່ວມ.
ໂອກາດນີ້, ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດຕະຫຼອດໄລຍະຜ່ານມາ, ໄດ້ຍົກໃຫ້ເຫັນຜົນງານ ດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ ເຊິ່ງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ບັນດາພະນັກງານ-ນັກຮົບມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງຂອງພັກ, ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງພັກ, ຂອງກອງທັບຢ່າງເຂັ້ມງວດ ແນໃສ່ກໍ່ສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ກໍ່ສ້າງກົມກອງວັດທະນະທຳ, ນັກຮົບວັດທະນະທຳ ແລະ ເຮັດໃຫ້ກົມກອງມີການຂະຫຍາຍຕົວຢ່າງມີຄຸນນະພາບສູງ.
ສະຫາຍ ປະທານ ໄດ້ເນັ້ນໜັກບາງບັນຫາສໍາຄັນ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ບັນດາຄະນະໜ່ວຍພັກ ໃນການຈັດຕັ້ງປະຕິບັດ ປັບປຸງແກ້ໄຂໜ້າທີ່ວຽກງານໃນຕໍ່ໜ້າໃຫ້ມີຄວາມຮັບຜິດຊອບສູງ ໃນຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.
ໂດຍ: ສະຫວີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















