ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກວດກາກຳລັງ-ພາຫະນະກອບກູ້ໄພພິບັດ ຢູ່ກອງບັນຊາການແຂວງຄຳມ່ວນ
ເວລາອອກຂ່າວ: 2026-09-10 15:24:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 478 | ຄວາມນິຍົມ:



ວັນທີ 9 ກັນຍາ 2026 ນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມ ແລະ ຄວາມພ້ອມ ຂອງກຳລັງພົນ, ພາຫະນະ-ອຸປະກອນກອບກູ້ໄພພິບັດ ຢູ່ກອງບັນຊາການທະຫານແຂວງຄຳມ່ວນ. ໃນການເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບນ້ຳຖ້ວມຂັງ ແລະ ຜົນກະທົບຕໍ່ຊີວິດ-ຊັບສິນ ຂອງປະຊາຊົນໃນຂົງເຂດນ້ຳຖ້ວມ. ຈາກນັ້ນ, ໄດ້ກວດກາຄວາມພ້ອມ ຂອງກຳລັງກອບກູ້ສຸກເສີນ, ເຮືອກອບກູ້, ເສື້ອຊູຊີບ, ພາຫະນະຂົນສົ່ງ ແລະ ອຸປະກອນສື່ສານ ທີ່ຈະໃຊ້ເຂົ້າໃນການປະຕິບັດພາລະກິດຊ່ວຍເຫຼືອສຸກເສີນ. ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຄຳມ່ວນ ເຝົ້າລະວັງ ແລະ ຕິດຕາມການປ່ຽນແປງ ຂອງສະພາບອາກາດ ແລະ ລະດັບນ້ຳຢ່າງຕໍ່ເນື່ອງຕະຫຼອດ 24 ຊົ່ວໂມງ, ຈັດກຳລັງປະຈຳການ ແລະ ເຊັກກວດພາຫະນະ-ອຸປະກອນກອບກູ້ໄພພິບັດ ໃຫ້ມີຄວາມພ້ອມ 100% ໃນການເຄື່ອນໄຫວປະຕິບັດໜ້າທີ່ໄດ້ທັນທີເມື່ອມີເຫດການສຸກເສີນ, ເລັ່ງເຂົ້າເຖິງພື້ນທີ່ ທີ່ຖືກນ້ຳຖ້ວມ ເພື່ອອົບພະຍົບປະຊາຊົນ, ເດັກນ້ອຍ, ຜູ້ເຖົ້າ, ຍ້າຍເຄື່ອງຂອງ ແລະ ສັດລ້ຽງ ໄປຢູ່ຈຸດປອດໄພ, ຮ່ວມມືກັບອົງການປົກຄອງທ້ອງຖິ່ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໃນການແຈກຢາຍເຄື່ອງອຸປະໂພກ-ບໍລິໂພກ, ນ້ຳດື່ມ ແລະ ຢາປົວໂລກ ໃຫ້ເຖິງມືຜູ້ປະສົບໄພຢ່າງທົ່ວເຖິງ. ໂດຍ: ທິວາກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ