ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຫ້ອງອົບຮົມ ວພກ ປະກາດການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ
ເວລາອອກຂ່າວ: 2026-09-10 15:53:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 415 | ຄວາມນິຍົມ:



ວັນທີ 9 ກັນຍາ 2026 ນີ້, ຫ້ອງອົບຮົມ ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ປະກາດການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປອ ປະໂຍທອນ ແກ້ວວິສິດ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງອົບຮົມ ວພກ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ປອ ຄຳ ຫຼວງທຸມມາລາ ກຳມະການຄະນະພັກຮາກຖານ, ຮອງຫົວໜ້າຫ້ອງອົບຮົມ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ວພກ ວ່າດ້ວຍການຂໍອະນຸມັດບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ 1, ຄະນະໜ່ວຍພັກ 2, ຄະນະໜ່ວຍພັກ 3 ແລະ ຄະນະໜ່ວຍພັກ 9 ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງອົບຮົມ ໃນນີ້, ຄະນະປະຈຳພັກ ວພກ ຕົກລົງບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ 1 ຄື: ສະຫາຍ ພັນໂທ ອຳພອນ ບຸນນຳ ເປັນເລຂາ, ສະຫາຍ ພັນໂທ ດ່ວນ ເພຍປະລັດ ເປັນຮອງເລຂາ ແລະ ສະຫາຍ ພັນຕີ ພູທອງ ອິນສົມບັດ ເປັນກຳມະການ; ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນຕີ ສີພູທອນ ສິນທະພົນ ເປັນກຳມະການ ໜ່ວຍພັກ 2; ສະຫາຍ ພັນໂທ ສອນສະຫວັນ ໂງ່ນວິໄລ ເປັນກຳມະການໜ່ວຍພັກ 3 ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ 9 ຄື: ສະຫາຍ ພັນໂທ ແສງພັນ ບຸນລີຍະເສົາ ເປັນຮອງເລຂາ, ສະຫາຍ ພັນໂທ ກິນາ ພົມມະໂສ ເປັນກຳມະການ. ໂດຍ: ນ ພຸດສາຄອນ ເພົ້າຄໍາອ່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ