ຫົວໜ້າການເມືອງ ກອງພົນທີ 2 ມອບເຄື່ອງໃຫ້ໜ່ວຍສິລະປະສະໝັກຫຼິ້ນ
ເວລາອອກຂ່າວ: 2026-09-10 15:57:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ: ![]()
ວັນທີ 9 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ປອ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ 2 ພ້ອມດ້ວຍຄະນະ ໄດ້ມອບເຄື່ອງໃຫ້ໜ່ວຍສິລະປະສະໝັກຫຼິ້ນ ກອງພົນທີ 2 ເພື່ອເປັນການຊຸກຍູ້ນໍ້າໃຈໃຫ້ໜ່ວຍສິລະປະ ມີຄວາມກະຕື້ລືລົ້ນໃນການເຝິກຊ້ອມຮັບໃຊ້ວຽກງານສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ທີ່ຈະມາເຖິງໃນຕໍ່ໜ້ານີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນຢ່າງຕໍ່ເນື່ອງ.
ເຊິ່ງຕາງໜ້າກ່າວຮັບໂດຍ ສະຫາຍ ພັນໂທ ບຸນພົກ ແກ້ວປັນຍາ ຮອງຫົວໜ້າພະແນກໂຄສະນາ-ອົບຮົມ ຫ້ອງການເມືອງ ກອງພົນທີ 2 ພ້ອມທັງ ສະແດງຄວາມຂອບໃຈມາຍັງ ຄະນະພັກ-ຄະນະບັນຊາກອງພົນ ທີ່ໃຫ້ການໃກ້ຊິດຕິດແທດ ແລະ ຊ່ວຍເຫຼືອວັດຖຸປັດໄຈ ໃຫ້ໜ່ວຍສິລະປະສະໝັກຫຼິ້ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ: ຈະນໍາເອົາເຄື່ອງຈໍານວນດັ່ງກ່າວ ໄປແຈກຢາຍແຕ່ລະສະຫາຍຢ່າງທົ່ວເຖິງ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















