ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ໄຊ​ຍະ​ບູ​ລີ ສອບເສັງ​ພາກຮຽນ 2 ນັກຮຽນ​ນາຍ​ສິບ ​ຊຸດ​ທີ 14
ເວລາອອກຂ່າວ: 2026-09-11 09:34:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



ການ​ສອບເສັງ​ພາກຮຽນ 2 ໃຫ້​ນັກຮຽນ​ກໍ່ສ້າງ​ນາຍ​ສິບ ​ຊຸດ​ທີ 14 ລະບົບ 10 ເດືອນ​ຢູ່​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ໄຊ​ຍະ​ບູ​ລີ ສົກ​ປີ 2025-2026 ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 31 ສິງຫາ- ວັນ​ທີ 3 ກັນຍາ 2026, ໂດຍ​ມີ ສະຫາຍ ພັນ​ໂທ ສົງຄາມ ພຸດ​ທະ​ວົງ ຫົວໜ້າ​ການເມືອງ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ອຳນວຍ​ການ​ໂຮງຮຽນ, ຄູ-ອາຈານ, ກຳ ມະການ​ສອບເສັງ ແລະ ນັກຮຽນ​ນາຍ​ສິບ ຊຸດ​ທີ 14 ເຂົ້າ​ຮ່ວມ. ເພື່ອ​ເຮັດ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ ແລະ ເປັນ​ການ​ກວດກາ​ຄືນ​ລະດັບ​ຄວາມ​ຮູ້​ຂອງ​ນັກຮຽນ, ອີກ​ດ້ານ​ໜຶ່ງ ກໍ​ເພື່ອ​ເປັນ​ການ​ກວດກາ​ເບິ່ງ​ຄຸນ​ນະ​ພາບ​ທາງ​ດ້ານ​ການ​ສິດສອນ​ຂອງ​ຄູ-ອາຈານ ເພື່ອ​ແນໃສ່​ເຮັດ​ໃຫ້​ນັກຮຽນ​ແຕ່​ລະ​ສະຫາຍ​ກຳ​ໄດ້​ບົດຮຽນ​ທີ່​ໄດ້​ຮຽນ​ມາ​ໃຫ້​ເປັນ​ລະບົບ​ຄົບ​ຊຸດ ແລະ ເພື່ອ​ເປັນ​ພື້ນຖານ​ໃນ​ການ​ຕີ​ລາຄາ​ຜົນ​ໄດ້​ຮັບ​ຕົວ​ຈິງ​ທາງ​ດ້ານ​ການ​ສິດສອນ​ຂອງ​ຄູ-ອາຈານ ແລະ ຄວາມ​ຮັບ​ຮູ້​ຂອງ​ນັກຮຽນ​ເພື່ອ​ນຳ​ມາ​ຖອດ​ຖອນ​ບົດຮຽນ​ເຂົ້າ​ໃນ​ການ​ປັບປຸງ​ເນື້ອ​ໃນ​ບົດ​ສອນ ແລະ ວິທີ​ຈັດ​ຕັ້ງ​ປະຕິບັດ​ການ​ຮຽນ-ການ​ສອນ​ໃນ​ຊຸມ​ປີ​ຕໍ່​ໄປ​ໃຫ້​ດີ​ຂຶ້ນ, ທັງ​ເປັນ​ບ່ອນ​ອີງ​ໃນ​ການ​ຕີ​ລາຄາ​ຈັດ​ປະເພດ​ການ​ຮ່ຳຮຽນ​ຂອງ​ນັກຮຽນ​ແຕ່​ລະ​ສະຫາຍ​ໃນ​ການ​ສອບເສັງ​ທາງ​ດ້ານ​ທິດ​ສະ​ດີ​ຫຼັກການ ສົມທົບ​ກັບ ພາກ​ປະຕິບັດ​ຕົວ​ຈິງ​ຖືກຕ້ອງ​ຕາມ​ບາດກ້າວ ແລະ ຕອບ​ຈະແຈ້ງ​ຄົບ​ຖ້ວນ​ເພື່ອ​ແຂ່ງຂັນ​ກັນ​ຍາດ​ໃຫ້​ໄດ້​ຄະແນນ​ທີ່​ດີ; ການ​ສອບເສັງ​ທຸກ​ສະຫາຍ​ຕ້ອງ​ພ້ອມ​ກັນ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຢ່າງ​ເຂັ້ມ​ງວດ ໃນ​ການ​ສອບເສັງ​ຕ້ອງ​ເປັນ​ເອກະ​ພາບ​ລະຫວ່າງ ຄູ-ອາຈານ, ກຳມະການ ແລະ ພາກສ່ວນ​ເຂົ້າ​ຮ່ວມ​ສອບເສັງ​ມີ​ສະຕິ​ຕື່ນ​ຕົວ​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ລະບຽບ​ວິ​ໃນ, ຂໍ້​ກຳນົດ​ໃນ​ການ​ສອບເສັງ​ໃຫ້​ໄດ້100%, ວິຊາ​ທີ​ນຳ​ມາ​ສອບເສັງ​ໃນ​ຄັ້ງ​ນີ້ ລວມ​ມີ 4 ວິຊາ​ຄື: ການເມືອງ, ສິລະ​ປະຍຸດ, ຍຸດທະວິທີ ແລະ ລະບຽບ​ກິລາ; ຜ່ານ​ການ​ສອບເສັງ​ແລ້ວ​ສາມາດ​ຕີ​ລາຄາ​ຄວາມ​ຮັບ​ຮູ້ ແລະ ຄວາມ​ເຂົ້າໃຈ​ຂອງ​ນັກຮຽນ ຄື: ການເມືອງ ສາມາດ​ບັນລຸ​ໄດ້ 99,99%; ສິລະ​ປະຍຸດ ບັນລຸ​ໄດ້ 99,99%; ຍຸດ​ທິ​ວິທີ ບັນລຸ​ໄດ້ 99,99% ແລະ ລະບຽບ​ກິລາ ບັນລຸ​ໄດ້ 99,99%. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ