ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງພັນ 263 ມອບ​ໃບ​ຢັ້ງ​ຢືນ​ໜ່ວຍ​ພັກ​ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2025
ເວລາອອກຂ່າວ: 2026-09-11 09:35:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



    ວັນ​ທີ 3 ກັນຍາ 2026, ກອງພັນ 263 ກອງ​ພົນ​ທີ 2 ໄດ້​ຈັດ​ພິທີ​ມອບ​ໃບ​ຢັ້ງ​ຍືນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2025 ແລະ ມອບ​ໃບ​ຢັ້ງ​ຍືນ 4 ບຸກ ໃຫ້​ສະມາຊິກ​ຊາວ​ໜຸ່ມ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ວິລະ​ກຸນ ບຸນ​ມາກ ຮອງ​ຫົວໜ້າ​ພະ​ແນກ​ປ້ອງ​ກັນ​ອາກາດ ກອງ​ພົນ​ທີ 2, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງ ພັນ, ກອງຮ້ອຍ ຕະຫຼອດ​ຮອດ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ.      ສະຫາຍ ພັນ​ໂທ ທອງ​ຂັນ ຍິນ​ນະ​ຄຸນ ຮອງ​ຫົວໜ້າ​ການ ເມືອງ ກອງພັນ 263 ໄດ້​ຜ່ານ​ບົດ​ຫຼຸບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ; ຕະຫຼອດ​ໄລຍະ 1 ປີຜ່ານມາ ຄະນະ​ພັກ​ໄດ້​ເອົາໃຈໃສ່​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ຄະນະ​ພັກ​ຂັ້ນ​ເທິງ, ຄົ້ນຄວ້າ​ປືກ​ສາ​ຫາລື​ສ້າງ​ແຜນການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ; ໂດຍ​ຖື​ເອົາ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນໃຈ​ກາງ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ, ສາມາດ​ຮັບປະກັນ​ທາງ​ດ້ານ​ຄຸນ​ນະ​ພາບ ເຊິ່ງ​ໄດ້​ນຳ​ເອົາ​ແນວທາງ, ແຜນ​ນະໂຍບາຍ, ມະຕິ, ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ຈັດ​ຕັ້ງ​ເຜີຍແຜ່​ໃຫ້​ຄະນະ​ພັກ, ໜ່ວຍ​ພັກ ແລະ ສະມາຊິກ​ພັກ ໄດ້​ຮັບ​ຮູ້ ແລະ ກຳ​ແໜ້ນ​ຕໍ່​ແນວທາງ, ອຸດົມ​ການ​ຂອງ​ພັກ ມີ​ທັດສະນະ​ຫຼັກ​ໝັ້ນ​ປະຕິວັດ ເປັນ​ເຈົ້າ​ຕົນ​ເອງ,  ມີ​ສະຕິ​ລະວັງ​ຕົວ​ສູງ ຮູ້​ຈຳແນກ​ມິດ ແລະ ສັດຕູ​ຢ່າງ​ຈະແຈ້ງ, ມີ​ນ້ຳໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ ເພື່ອ​ຜົນ​ປະໂຫຍດ​ສ່ວນ​ລວມ; ປັດຈຸບັນ​ຄະນະ​ພັກ​ຮາກ​ຖານ​ກອງພັນ 263,  ມີ​ໝ່ວຍ​ພັກ​ຖືກ​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ  4 ໜ່ວຍ, ມີ​ສະມາຊິກ​ແຂງ 68 ສະຫາຍ ແລະ ມີ​ສະມາຊິກ​ຊາວ​ໜຸ່ມ 4 ບຸກ 55 ສະຫາຍ. ໂດຍ: ສຸວັນ​ໂນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ