ມອບ ລົດ ເຊອາ ພະແນກພະລາທິການ ກອງພົນໃຫຍ່ 401
ເວລາອອກຂ່າວ: 2026-09-11 09:36:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ: ![]()
ວັນທີ 7 ກັນຍາ 2026, ຢູ່ທີ່ ກອງພັນໃຫຍ່ 401 ໄດ້ຈັດພິທີ ມອບ-ຮັບ ລົດ CA (ເຊອາ) ລະຫວ່າງ ພະແນກເຕັກນິກ ກັບ ພະແນກພະລາທິການ ກອງພັນໃຫຍ່ 401 ທີ່ຂຶ້ນກັບກອງພົນທີ 4 ພາຍຫຼັງສຳເລັດການສ້ອມແປງ ແລະ ກວດເຊັກເຄື່ອງລົດຢ່າງລະອຽດຢູ່ໂຮງງານປະສານເຫຼົ່າພາກກາງ, ການສ້ອມແປງແມ່ນຄຸນນະພາບຂັ້ນ lll, ໂດຍມີ ສະຫາຍ ພັນໂທ ສູນຄຳ ຈັນສົມພູ ຫົວໜ້າພະແນກພະລາທິການ ກອງພັນໃຫຍ່ 401, ມີຄະນະພັກ-ຄະນະບັນຊາ ພະແນກການ, ຂະແໜງການ, ວິຊາສະເພາະທີ່ກ່ຽວຂ້ອງທັງ 2 ພະແນກການ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ໂພສີ ສຸວັນທອງ ຫົວໜ້າຂະແໜງຄຸ້ມຄອງລົດ ໄດ້ຜ່ານບົດບັນທຶກການມອບ-ຮັບ ລົດ CA ລະຫວ່າງ ພະແນກເຕັກນິກ ກັບ ພະແນກພະລາທິການ ກອງພັນໃຫຍ່ 401 ຈຳນວນ 1 ຄັນໃຫ້ 1 ກົມກອງຄືນ ພາຍຫຼັງປ່ຽນຖ່າຍ, ສ້ອມແປງ ແລະ ກວດເຊັກຢ່າງລະອຽດໃຫ້ພະແນກພະລາທິການ ເພື່ອມອບສົ່ງຕໍ່ ໃຫ້ຂະແໜງຂົນສົ່ງ ພະແນກພະລາທິການ ເປັນຜູ້ຄຸ້ມຄອງ ປົກປັກຮັກສາ ແລະ ຮັບໃຊ້ເຂົ້າໃນໜ້າທີ່ວຽກງານລວມຂອງກົມກອງທີ່ຂຶ້ນກັບກອງພັນໃຫຍ່ 401 ໃຫ້ໄດ້ຮັບຜົນດີ ແລະ ນຳໃຊ້ໄດ້ຍາວນານ .
ສະຫາຍ ພັນໂທ ສູນຄຳ ຈັນສົມພູ ໄດ້ເນັ້ນໜັກໃຫ້ຂະ ແໜງການທີ່ກຽວຂ້ອງຈົ່ງຍົກສູງຄວາມຮັບຜິດຊອບ ໃນການບົວລະບັດຮັກສາ ແລະ ກວດກາສະພາບເຕັກນິກລົດຢ່າງເປັນປະຈຳ ເພື່ອຮັບປະກັນນຳໃຊ້ເຂົ້າໃນວຽກງານລວມ ໃຫ້ໄດ້ຍາວນານ ແລະ ຮັບປະກັນຄວາມປອດໄພ.
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















