ກອງພັນໃຫຍ່ 642 ພົບປະແລກປ່ຽນບົດຮຽນ ກັບໂຮງຮຽນ ທິດສະດີການເມືອງການປົກຄອງແຂວງບໍລິຄຳໄຊ
ເວລາອອກຂ່າວ: 2026-09-11 09:37:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 206 | ຄວາມນິຍົມ: ![]()
ວັນທີ 7 ກັນຍາ 2026, ຢູ່ທີ່ກອງພັນໃຫຍ່ 642 ໄດ້ຈັດກອງ ປະຊຸມພົບປະແລກປ່ຽນບົດຮຽນ ແລະ ປະເມີນການຮຽນ-ການສອນ ຮ່ວມກັນ ລະຫວ່າງ ໂຮງ ຮຽນທິດສະດີການເມືອງການປົກຄອງແຂວງບໍລິຄຳໄຊ ແລະ ກອງພັນໃຫຍ່ 642, ໂດຍມີ ສະຫາຍ ຈົ່ງຊົງ ຈົ່ງເຕັງ ຫົວໜ້າອຳນວຍການໂຮງຮຽນທິດສະດີການເມືອງການປົກຄອງແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ, ສະຫາຍ ພັນໂທ ຄຳປິ່ງ ຄູນສົມເຮືອງ ຫົວໜ້າການເມືອງກອງພັນໃຫຍ່ 642 ພ້ອມດ້ວຍຄະນະ.
ເພື່ອເປັນການພົບປະແລກ ປ່ຽນບົດຮຽນ, ສ້າງຄວາມເຂົ້າ ໃຈ ແລະ ປະເມີນການຮຽນ-ການສອນຂອງໂຮງຮຽນທິດສະດີການເມືອງການປົກຄອງແຂວງບໍລິຄຳໄຊ ໃນການຖ່າຍທອດບົດຮຽນໃຫ້ບັນດານັກສຶກສາພາຍຫຼັງທີ່ໄດ້ຮຽນຈົບແລ້ວກັບຄືນມາປະຕິບັດໜ້າທີ່ຢູ່ກົມກອງມີຜົນສຳເລັດໜ້ອຍຫຼາຍພຽງໃດ; ສະຫາຍ ພັນໂທ ສໍສິນໄຊ ຈັນທະແສງ ຫົວໜ້າພະແນກການເມືອງ ໄດ້ລາຍງານສະພາບການລວມ ຂອງພະນັກງານທີ່ໄດ້ ຮຽນຈົບຈາກໂຮງຮຽນທິດສະດີການເມືອງການປົກຄອງແຂວງບໍລິຄຳໄຊ ໃນແຕ່ລະຊຸດ, ເຊິ່ງເຫັນໄດ້ວ່າ ມີຄວາມຮູ້ຄວາມສາມາດ ໃນການ ນຳພາ-ຊີ້ນຳ ບັນດາໜ້າວຽກທີ່ຕົນເອງຮັບຜິດຊອບໄດ້ ດີ, ມີຫົວຄິດປະດິດສ້າງ ກ້າຄິດ, ກ້າທຳ ແລະ ກ້າຮັບຜິດສູງ, ເຊິ່ງມັນສະແດງອອກໃນການໄດ້ຮັບໜ້າທີ່ ໃໝ່ ທີ່ການຈັດຕັ້ງມອບໝາຍໃຫ້ເປັນຕົ້ນແມ່ນ ໄດ້ເປັນຄະນະກອງພັນ, ເປັນຫົວໜ້າຂະແໜງ, ຫົວໜ້າກອງຮ້ອຍ ແລະ ເປັນຮອງຫົວໜ້າຮ້ອຍ, ບັນດາຜູ້ທີ່ຖືກຄັດເລືອກໄປຮຽນແຕ່ລະຊຸດລ້ວນແລ້ວແຕ່ເປັນເປົ້າໝາຍສ້າງພະນັກງານຮຸ່ນສຶບທອດປ່ຽນແທນໃນຕໍ່ໜ້າ; ຈາກນັ້ນ, ຄະນະທັງສອງຝ່າຍ ກໍໄດ້ພ້ອມກັນສະເໜີລາຍງານ ແລະ ແລກປ່ຽນຂໍ້ມູນສະພາບການ ທີ່ກ່ຽວຂ້ອງ, ແລກປ່ຽນວິທີການ, ຮູບການ ແລະ ບົດຮຽນຈາກການປະຕິບັດງານຕົວຈິງ; ເນັ້ນໃສ່ການປັບປຸງສ້າງພະນັກງານຮຸ່ນສຶບທອດໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆຢ່າງເໝາະສົມກັບສະພາບການຕາມຍຸກສະໄໝໃໝ່.
ໂດຍ: ແຟນຕ່າ ໄຊຍະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















