ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ພະແນກການ​ເມືອງ ກອງພັນ​ໃຫຍ່ 11 ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ເປ​ຕັງ
ເວລາອອກຂ່າວ: 2026-09-11 09:40:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ:



ໃນ​ຕົ້ນ​ເດືອນກັນຍາ 2026 ຜ່ານ​ມາ​ນີ້, ພະແນກ ການ​ເມືອງ ກອງພັນ​ໃຫຍ່ 11 ໄດ້​ເປີດ​ຂະ​ບວນ​ການ​ແຂ່ງຂັນກິ ລາເປ​ຕັງ, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພັນ​ໂທ ບຸນເກີດ ພະໄຊຍະວົງ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 11, ມີ​ພະນັກງານ-ນັກຮົບ ແລະ ທີມ​ນັກ​ກິລາ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສາຍທອງ ຊາວ​ພູ​ວອນ ຮັກສາ​ການ​ຫົວໜ້າ​ຂະແໜງ​ສັງ​ລວມ ພະແນກການ​ເມືອງ​ກອງພັນ​ໃຫຍ່ 11 ໄດ້​ຜ່ານ​ແຜນການ​ຈັດການ​ແຂ່ງຂັນ​ກິລາ​ເປ​ຕັງ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ບຸນ​ປະຫວັດສາດ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ, ເປັນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ຄະນະ​ພັກ​ກອງພັນ​ໃຫຍ່ 11 ກໍ​ຄື​ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ໜ່ວຍ​ພັກ ພະແນກການ​ເມືອງ ໃຫ້​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ ຂອງ​ກົມ​ກອງ, ເປັນ​ການ​ສ້າງ​ຂະ​ບວນ​ການ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນຊາດ ທີ 2 ທັນ ວາ ແລະ ວັນ​ສ້າງຕັ້ງ​ກອງພັນ​ໃຫຍ່ 11 ຄົບຮອບ 51 ປີ, ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 78 ປີ ໃຫ້​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ຄວາມ​ສຳຄັນ ແລະ ມີ​ບັນຍາກາດ​ຟົດຟື້ນ, ຮັດ​ແໜ້ນ​ຄວາມ​ສາມັກຄີ ລະຫວ່າງ​ຄະນະ​ພັກ-ຄະນະ​ບັນ ຊາ, ພະນັກງານ-ນັກຮົບ ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ແລະ ເປັນ​ການ​ເປີດ​ເດີ່ນ​ກິລາ​ເປ​ຕັງ​ ໃໝ່ຂອງ​ພະແນກການ​ເມືອງຢ່າງ​ເປັນ​ທາງ​ການ. ສຳລັບ​ການ​ແຂ່ງຂັນ​ກິລາ​ເປ​ຕັງ​ໃນ​ຄັ້ງ​ນີ້ ປະກອບ ​ມີ 18 ທີມ. ຜົນ​ການ​ແຂ່ງຂັນລາງວັນ​ທີ I ຂະແໜງ​ສະຫະພັນ​ແມ່ຍິງ, ລາງວັນ​ທີ II ໜ່ວຍ​ງານ​ປະດັບ​ປະດາຂະແໜງ​ໂຄສະນາ ແລະ ລາງວັນ​ທີ III ຂະແໜງ​ໄອ​ຍະ​ການ. ໂອກາດ​ນີ້, ສະຫາຍ ຮ້ອຍ​ເອກ ສິດທິ​ພອນ ຫຼວງ​ອາ​ໄພ ຊ່ວຍ​ວຽກ​ຂະແໜງ​ໂຄສະນາ ພະແນກການ​ເມືອງ ຍັງ​ໄດ້​ມອບຂັນ​ລາງວັນ 3 ໜ່ວຍ ແລະ ເຄື່ອງ​ກິລາ ຈຳນວນ 15 ຊຸດ ເປັນ​ເງິນ 2.500.000 ກີບ ໃຫ້​ແກ່​ພະແນກການ​ເມືອງ ໂດຍ​ການ​ກ່າວ​ຮັບ​ຂອງ ສະຫາຍ ພັນ​ໂທ ບຸນ​ເກີດ ພະ​ໄຊ​ຍະ​ວົງ ພ້ອມ​ທັງ ມອບ​ໃບ​ກຽດ​ຕິ​ຄຸນ​ໃຫ້​ຢ່າງ​ສົມ​ກຽດ. ໂດຍ: ໄລ​ບອຍ ຈັນທະ​ມາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ