ຫ້ອງເສນາທິການ ກອງບັນຊາການທະຫານແຂວງອັດຕະປື ປະເມີນຜົນການກໍ່ສ້າງກົມກອງ 3 ປອດ ປະຈຳປີ 2026
ເວລາອອກຂ່າວ: 2026-09-11 09:44:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ: ![]()
ທ້າຍເດືອນ ສິງຫາ 2026 ຜ່ານມານີ້, ຫ້ອງເສນາທິການ ກອງບັນຊາການທະຫານແຂວງອັດຕະປື ໄດ້ສະຫຼຸບປະເມີນຜົນ ການກໍ່ສ້າງກົມກອງ ປອດໃສ ປອດໄພ ປອດຄະດີ ແລະ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ແລະ ວາງທິດທາງແຜນການ ປະຈຳປີ 2027, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ພູວັນ ໝື່ນປາກດີ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອັດຕະປື, ມີຄະນະຫ້ອງ, ອະນຸກຳມະການປະເມີນຜົນ ຕະຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ.
ສະຫາຍ ພັນໂທ ພູຂົງ ຫຼວງທຸມມາລາ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງເສນາທິການໄດ້ຜ່ານບົດສະຫຼຸບປະເມີນຜົນການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ປະຈຳປີ 2026 ແລະ ແຜນການ ປະຈຳປີ 2027 ເຊິ່ງຍົກໃຫ້ເຫັນຜົນສຳ ເລັດ ແລະ ບາງບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃນການກໍ່ສ້າງກົມກອງ 3 ປອດ ຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ຕະຫຼອດໄລຍະ 1 ປີຜ່ານມາ ສາມາດຕີລາປະເມີນ ຜົນຕາມ 3 ເນື້ອໃນ 5 ມາດຖານ ຂອງການກໍ່ສ້າງກອງ 3 ປອດ ໄດ້ຄື: ດ້ານວຽກງານແນວຄິດ ການເມືອງ ປະຕິບັດໄດ້ 9 ຄະ ແນນ, ດ້ານວຽກງານການນຳພາການຈັດຕັ້ງ ປະຕິບັດໄດ້ 9 ຄະ ແນນ, ດ້ານວຽກງານປ້ອງກັນການເມືອງພາຍໃນ ປະຕິບັດໄດ້ 9 ຄະແນນ, ດ້ານວຽກງານປ້ອງກັນຄວາມລັບ ປະຕິບັດໄດ້ 9 ຄະ
ແນນ, ດ້ານວຽກງານປ້ອງກັນ ຄວາມປອດໄພ ປະຕິບັດໄດ້ 9 ຄະແນນ, ມີຄະແນນລວມ 45 ຄະ ແນນ ສະເລ່ຍໄດ້ 9 ຄະແນນ, ສາມາດຮັບຮອງເອົາພະນັກ ງານ-ນັກຮົບ ແລະ ກົມກອງ ເປັນກອງປອດໃສ ປອດໄພ ປອດຄະ ດີ ປະເພດ I ແລະ ຜ່ານການປະເມີນຕົວຈິງ ສາມາດຕີລາຄາຄຸນນະພາບ ແລະ ແບ່ງປະເພດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນທັງ 3 ໜ່ວຍພັກ ຄື: ໜ່ວຍພັກທີ l ມີຄະແນນລວມ 41 ຄະແນນ ສະເລ່ຍໄດ້ 8,2 ຄະແນນ, ໜ່ວຍ ພັກທີ ll ມີຄະແນນລວມ 41 ຄະ ແນນ ສະເລ່ຍໄດ້ 8,2 ຄະແນນ, ໜ່ວຍພັກທີ lll ມີຄະແນນລວມ 41 ຄະແນນ ສະເລ່ຍໄດ້ 8,2 ຄະແນນ ແລະ ທັງ 3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງເສ ນາທິການ ແມ່ນຈັດຢູ່ໃນປະເພດແຂງ. ຈາກນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມໄດ້ແລກປ່ຽນຄຳຄິດຄຳເຫັນເພື່ອໃຫ້ເນື້ອໃນ ແລະ ການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມສອດຄ່ອງແທດເໝາະກັບການປະຕິບັດໜ້າວຽກຕົວຈິງ ແລະ ເຮັດໃຫ້ແຜນການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2027 ບັນລຸຕາມແຜນການທີ່ວາງໄວ້.
ໂດຍ: ສຸກສະໄໝ ນວນມະລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















