ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ການ​ນຳ​ແຂວງ​ຫຼວງ​ນ້ຳ​ທາ ລົງ​ຊຸກຍູ້​ຊ່ວຍເຫຼືອ​ປະຊາຊົນ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ນ້ຳ​ຖ້ວມ
ເວລາອອກຂ່າວ: 2026-09-11 09:47:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 202 | ຄວາມນິຍົມ:



ຈາກ​ສະພາບ​ການ​ໄພພິບັດ​ນ້ຳ​ຖ້ວມ ຢູ່​ແຂວງ​ຫຼວງ​ນໍ້າ​ທາ ໃນທ້າຍ​ເດືອນ​ສິງຫາ​ຜ່ານ​ມາ, ໃນ​ຕົ້ນ​ເດືອນ​ກັນຍາ​ນີ້, ທ່ານ ອ່ອນ​ຈັນ ຄຳ​ພາ​ວົງ ຮອງ​ເລຂາ​ພັກ ແຂວງ​ຫຼວງ​ນໍ້າທາ ພ້ອມ​ດ້ວຍ​ຄະນະໄດ້​ລົງພື້ນ​ທີ່ ແລະ ນຳ​ເອົາ​ເຄື່ອງ​ອຸປະໂພກ-ບໍລິໂພກ ໄປ​ມອບ​ຊຸກຍູ້​ຊ່ວຍເຫຼືອ​ປະຊາຊົນທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ນໍ້າຖ້ວມ ຢູ່ 3 ບ້ານ ໃນ​ເມືອງ​ຫຼວງ​ນໍ້າທາ ຄື: ບ້ານ​ນໍ້າທຸງ, ບ້ານ​ຫ້ວຍ​ຂີງ ແລະ ບ້ານ​ທົ່ງ​ຂວາ, ເຊິ່ງ​ມີ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ 149 ຄອບຄົວ. ສຳລັບ​ເຄື່ອງ​ທີ່​ນຳໄປ​ມອບ​ໃນ​ຄັ້ງ​ນີ້ ປະກອບ​ມີ: ເຂົ້າສານ, ປ໋ອງ​ປາ, ນ້ຳ​ດື່ມ ປະເພດ​ອາຫານ​ແຫ້ງ ແລະ ອາຫານ​ສຳເລັດ​ຮູບ. ໂອກາດ​ນີ້, ທ່ານ ອ່ອນ​ຈັນ ຄຳພາ​ວົງ ຕາງໜ້າ​ໃຫ້ການ​ນຳ​ຂອງ​ແຂວງ ສະແດງ​ຄວາມ​ເຫັນ ໃຈ ແລະ ມີ​ຄວາມ​ເປັນ​ຫ່ວງເປັນ​ ໃຍຕໍ່​ປະຊາຊົນ ທີ່​ໄດ້​ຮັບ​ຜົນ​ກະ ທົບຈາກ​ໄພພິບັດ​ນໍ້າຖ້ວມໃນ​ຄັ້ງ​ນີ້, ພ້ອມ​ທັງ​ໄດ້​ໃຫ້​ກຳລັງ​ໃຈ ແລະ ເນັ້ນ​ໃຫ້​ແຕ່​ລະ​ຄອບຄົວ ພ້ອມ​ ກັນ​ເອົາໃຈໃສ່​ປັບປຸງ, ຟື້ນ​ຟູ​ສະ ຖານທີ່​ພັກ​ອາໄສ, ເຮືອນ​ຊານ​ບ້ານ​ຊ່ອງໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ. ໂດຍ: ບຸນ​ປັນ ປັນຍາ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ