ຫ້ອງເສນາທິການ ກອງພົນທີ 5 ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2026-09-11 09:55:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 758 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2026 ນີ້, ຫ້ອງເສນາທິການ ກອງພົນທີ 5 ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025, ວາງທິດທາງແຜນການ ປະຈຳປີ 2026 ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການມອບບັດສະມາຊິກພັກສົມບູນ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອິນປັນ ສຸກສົມຫວັງ ກຳມະການຄະນະພັກກອງພົນ, ຫົວໜ້າຫ້ອງເສນາທິການ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ໄຊສົມພອນ ດວງຈັນທາ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 5 ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026. ໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ ເຮັດໃຫ້ສະມາຊິກພັກ ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນແນວທາງ, ນະໂຍບາຍ ຂອງພັກ ໂດຍສະເພາະແມ່ນເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 6, ມະຕິ IV ສະໄໝທີ XI ຂອງພັກ, ສອງວາລະແຫ່ງຊາດ, ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກອງພົນທີ 5 ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະພັກຮາກຖານ ຫ້ອງເສນາທິການ ກອງພົນທີ 5. ສາມາດຕີລາຄາແບ່ງປະເພດສະມາຊິກພັກແຂງໄດ້ 75 ສະຫາຍ, ຍິງ 5 ສະຫາຍ; ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ໜ່ວຍພັກ ໃນນັ້ນ, ໜ່ວຍພັກທີ 1 ຮັບຮອງ ຄັ້ງທີ 1, ໜ່ວຍພັກທີ 2 ຮັບຮອງ ຄັ້ງທີ 2, ໜ່ວຍພັກທີ 3 ຮັບຮອງ ຄັ້ງທີ 7, ໜ່ວຍພັກທີ 4 ແລະ ໜ່ວຍພັກທີ 5 ຮັບຮອງ ຄັ້ງທີ 6 ພ້ອມທັງ ມອບໃບຢັ້ງຢືນໃຫ້ແຕ່ລະໜ່ວຍພັກ ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ ຈຳນວນ 26 ສະຫາຍ.
ຈາກນັ້ນ, ສະຫາຍ ພັນໂທ ບຸນປອນ ພູຈັນ ກຳມະການຄະນະພັກຮາກຖານ, ຫົວໜ້າພະແນກລົດຕັງ-ຍານເກາະ ຫ້ອງເສນາທິການ ໄດ້ຜ່ານຂໍ້ແຂ່ງຂັນ. ພ້ອມນີ້, ຕາງໜ້າແຕ່ລະໜ່ວຍພັກ ໄດ້ຈັບມືຮັບເອົາຂໍ້ແຂ່ງຂັນ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ພົ້ນເດັ່ນ. ພ້ອມທັງ ຮັບຟັງການໂອ້ລົມ ຈາກສະຫາຍປະທານ ຕື່ມອີກ.
ໂດຍ: ໄຊຍະຄານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















