ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງພັນໃຫຍ່ 501 ສະຫຼຸບວຽກງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2026-09-11 10:02:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 763 | ຄວາມນິຍົມ:



‎ ວັນທີ 10 ກັນຍາ 2026 ນີ້, ກອງພັນໃຫຍ່ 501 ໄດ້ສະຫຼຸບວຽກງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສົມເພັດ ສີງຫາວົງ ຫົວໜ້າການເມືອງ ກອງພັນໃຫຍ່ 501, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ຂຽວສົມພອນ ເຮືອງພະຈັນ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 501 ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງ ແຜນການ ປະຈຳປີ 2026, ເຊິ່ງໃນໄລຍະ 1 ປີຜ່ານມາ ໄດ້ປະຕິບັດຕາມທິດຊີ້ນຳ ຂອງຄະນະພັກກອງພົນ, ໂດຍຖືເອົາການປັບປຸງ ແລະ ກໍ່ສ້າງພັກ ດ້ານການເມືອງ-ແນວຄິດ ເປັນກົກ, ເອົາໃຈໃສ່ສຶກສາອົບຮົມໃຫ້ສະມາຊິກພັກ ໃຫ້ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ກໍຄືແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ເຮັດໃຫ້ພະນັກງານ-ສະມາຊິກພັກ ໃຫ້ມີຄວາມສາມັກຄີ ໃນການກໍ່ສ້າງພັກ ໃຫ້ເຂັ້ມແຂງ, ໜັກແໜ້ນ ເປັນຂະບວນການຟົດຟື້ນກວ້າງຂວາງ ຕິດພັນກັບການກໍ່ສ້າງກົມກອງວັດທະນະທຳ ແລະ ນັກຮົບວັດທະນະທຳ, ນຳພາກົມກອງເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນຂອບເຂດກົມກອງຮັບຜິດຊອບ ເພື່ອເຮັດໃຫ້ກົມກອງ ມີຄວາມສະຫງົບປອດໄພ ໂດຍບົນພື້ນຖານ. ຈາກນັ້ນ, ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ. ‎‎ ໂອກາດນີ້, ສະຫາຍ ພັນໂທ ວັນນົງ ແກ້ວຈັນທາ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 501 ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງບັນດາກົມກອງ ທີ່ຂຶ້ນກັບຄະນະພັກກອງພັນໃຫຍ່ 501 ປະຈໍາປີ 2025 ຈໍານວນ 22 ໜ່ວຍພັກ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງອອກບັດສະມາຊິກພັກສົມບູນ ພ້ອມທັງ ຜ່ານເນື້ອໃນແຂ່ງຂັນການນໍາພາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ແລະ ພ້ອມກັນຂຶ້ນຈັບມືທ້າທາຍຮັບເອົາຂໍ້ແຂ່ງຂັນ ຕື່ມອີກ. ‎‎ໂດຍ: ລິດພະສອນ ໄຊຍະຫອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ