ກອງພັນໃຫຍ່ 642 ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ປະຈໍາປີ 2025
ເວລາອອກຂ່າວ: 2026-09-11 10:08:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2026 ນີ້, ກອງພັນໃຫຍ່ 642 ໄດ້ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ປະຈໍາປີ 2025, ວາງທິດທາງແຜນການ ປະຈໍາປີ 2026 ແລະ ມອບໃບຢັ້ງຢືນນາມມະຍົດ 4 ບຸກ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສໍສິນໄຊ ຈັນທະແສງ ຄະນະປະຈຳພັກ, ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 642, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນ, ຂະແໜງສະຫະພັນແມ່ຍິງ, ຂະແໜງຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ພັນຕີ ຕ໋ວນ ທ່ຽວລານ ຫົວໜ້າຂະແໜງຊາວໜຸ່ມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ເຊິ່ງໃນໄລຍະ 1 ປີ ຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ຄະນະຮັບຜິດຊອບໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກຊາວໜຸ່ມ ມີແນວຄິດການເມືອງໜັກແໜ້ນ,ມີຄວາມອຸ່ນອຽນທຸ່ນທ່ຽງ ຕໍ່ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ ພ້ອມກັນຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ ຂອງຂັ້ນເທິງ ແລະ ມີແບບແຜນວິທີເຮັດວຽກທີ່ເປັນແບບຢ່າງນໍາໜ້າ, ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນຢ່າງແທ້ຈິງ, ມີລະບຽບວິໄນເຂັ້ມງວດ, ເຄົາລົບກົດໝາຍ, ມີຄວາມສາມັກຄີ. ຊຸກຍູ້ສະມາຊິກຊາວໜຸ່ມປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ນອກຈາກວິຊາສະເພາະແລ້ວ ຍັງໄດ້ເອົາໃຈໃສ່ຊອກຫາແຫຼ່ງລາຍຮັບເພີ່ມເຕີມໃຫ້ແກ່ກົມກອງ, ຄອບຄົວ ເຊັ່ນ: ປູກຝັງ-ລ້ຽງສັດ ແລະ ບໍລິການດ້ານວຽກງານອື່ນໆ, ສຸມໃສ່ຊອກຮູ້ຮໍ່າຮຽນໃຫ້ມີຄວາມຮູ້ດ້ານປະສົບການ, ການນໍາໃຊ້ເຕັກນິກວິທະຍາສາດເຂົ້າໃນຂະບວນການເຮັດວຽກງານການຜະລິດ ແລະ ບໍລິການຕ່າງໆ.
ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດມອບໃບຢັ້ງຢືນນາມມະຍົດ 4 ບຸກໃຫ້ການຈັດຕັ້ງຊາວໜຸ່ມ, ສະມາຊິກຊາວໜຸ່ມ ໃນທົ່ວກອງທັບ ປະຈໍາປີ 2025 ໃນນີ້, ຢູ່ກອງພັນໃຫຍ່ 642 ມີ 1 ຂະແໜງຊາວໜຸ່ມ, 12 ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ 348 ສະຫາຍ ພ້ອມທັງ ມອບໃບຢັ້ງຢືນໃຫ້ຢ່າງສົມກຽດ.
ໂດຍ: ແສນສຸລິຍະ ແທງພຸດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















