ຄະນະອະນຸກໍາມະການກວດກາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ວປກ ຊຸກຍູ້ວຽກງານຢູ່ໜ່ວຍພັກ ກົມອົບຮົມ-ກໍ່ສ້າງ ປະຈໍາປີ 2026
ເວລາອອກຂ່າວ: 2026-09-11 10:18:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 822 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2026 ນີ້, ຄະນະອະນຸກໍາມະການກວດກາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງ 3 ປອດ, ນັກຮົບ ແລະ ກົມກອງວັດທະນະທຳ ຂັ້ນວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຄື່ອນໄຫວຊຸກຍູ້ກວດກາຕີລາຄາປະເມີນຜົນໜ່ວຍພັກ ກົມອົບຮົມ-ກໍ່ສ້າງ ວປກ ປະຈໍາປີ 2026, ໂດຍການນໍາພາ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ, ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວປກ, ຄະນະອະນຸກໍາມະການຮັບຜິດຊອບວຽກງານດັ່ງກ່າວ, ມີ ສະຫາຍ ພົນຈັດຕະວາ ປອ ສອນທະນູ ແກ້ວໝື່ນເຮືອງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ. ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ປອ ຄໍາຕ້ອຍ ມະນີວອນ ກໍາມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ປອ ຄໍາຕ້ອຍ ມະນີວອນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງນຳພາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄລຍະ 1 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງຄະນະໜ່ວຍພັກ ກົມອົບຮົມ-ກໍ່ສ້າງ ແມ່ນກົມກອງໜຶ່ງທີ່ຂຶ້ນກັບ ວປກ ແລະ ມີພາລະບົດບາດເປັນເສນາທິການໂດຍກົງໃຫ້ແກ່ຄະນະພັກ-ຄະນະບັນຊາ ວປກ ໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວເຮັດໜ້າທີ່ປິ່ນອ້ອມວຽກງານອົບຮົມ-ກໍ່ສ້າງ ແລະ ພາຍໃຕ້ການນໍາພາໂດຍກົງຮອບດ້ານ ຂອງຄະນະພັກ-ຄະນະບັນຊາ ວປກ ໃນການຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍ, ປະຕິບັດແນວທາງນະໂຍບາຍ, ກົດໝາຍ, ຂໍ້ກຳນົດ, ກົດລະບຽບ ຂອງພັກ-ລັດ ແລະ ຂອງກອງທັບວາງອອກຢ່າງເຂັ້ມງວດ. ມີພາລະບົດບາດ ເປັນແມ່ພິມໃນການສ້າງບຸກຄະລາກອນ ທີ່ເປັນພະນັກງານນໍາພາ-ບັນຊາແຕ່ລະຂັ້ນ ໃຫ້ກຳລັງປະກອບອາວຸດ ເວົ້າລວມ, ເວົ້າສະເພາະແມ່ນສ້າງຖັນແຖວພະນັກງານນໍາພາ-ບັນຊາແຕ່ລະຂັ້ນ ໃຫ້ກົມກອງ ນັບທັງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ທົ່ວກອງທັບປະຊາຊົນລາວ.
ໂອກາດນີ້, ສະຫາຍ ປະທານ ໄດ້ຊີ້ນໍາບາງດ້ານທີ່ຈະຕ້ອງໄດ້ສືບຕໍ່ສູ້ຊົນປັບປຸງແກ້ໄຂ ເພື່ອເຮັດໃຫ້ການກໍ່ສ້າງຫນ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງ 3 ປອດ, ນັກຮົບ ແລະ ກອງວັດທະນະທໍາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເລິກເຊິ່ງ ຕາມ 5 ເນື້ອໃນ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຖືເອົາຄຸນນະພາບເປັນກົກ ແລະ ຖືກຕ້ອງກັບເງື່ອນໄຂຄວາມເປັນຈິງ ຂອງກົມກອງໃນຊຸມປີຜ່ານມາ, ເພື່ອນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















