ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ວປກ ເຜີຍແຜ່ຂໍ້ກໍານົດ ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນກົມກອງ
ເວລາອອກຂ່າວ: 2026-09-11 10:21:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 810 | ຄວາມນິຍົມ:



ວັນທີ 10 ກັນຍາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຜີຍແຜ່ຂໍ້ກໍານົດ ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນກົມກອງ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການທະການ ວປກ, ມີຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຜ່ານເອກະສານຂໍ້ກໍານົດ ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນ ວປກ ເຊິ່ງມີທັງໝົດ IV ໝວດ, XVI ມາດຕາ. ທັງນີ້, ກໍເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຈົບງາມ ຢູ່ພາຍກົມກອງ, ອົງການທົ່ວ ວປກ, ຂໍ້ກຳນົດກ່ຽວກັບການເຂົ້າ-ອອກ, ການພົວພັນປະສານງານ ແລະ ລະບຽບການເຄື່ອນໄຫວຕ່າງໆ ຂອງທຸກໆ ພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ພາຍນອກ ໃຫ້ມີຄວາມເປັນເອກະພາບກັນ ເພື່ອແນໃສ່ເຮັດໃຫ້ ວປກ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດຈົບງາມ ແລະ ສ້າງເງື່ອນໄຂສະດວກ ໃຫ້ແກ່ການເຄື່ອນໄຫວ, ການພົວພັນເຮັດວຽກງານ ຂອງອົງການຕ່າງໆ ເພື່ອສະດວກໃນການນໍາໃຊ້, ຄຸ້ມຄອງ, ປົກປັກຮັກສາຄວາມສະອາດຈົບງາມ ແລະ ປ້ອງກັນເວນຍາມ. ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມນຳເອົາເນື້ອໃນຈິດໃຈ ການເຜີຍແຜ່ຄັ້ງນີ້ ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ແນະນໍາໃຫ້ພະນັກງານ-ນັກຮົບ (ນັກຮຽນ-ນັກສຶກສາ) ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ນັບທັງພະນັກງານບຳນານ, ປະຊາຊົນ, ກຳມະກອນ ແລະ ຜູ້ມີສ່ວນກ່ຽວຂ້ອງຮັບຮູ້, ເຂົ້າໃຈ ແລະ ປະຕິບັດຢ່າງຖືກຕ້ອງເຂັ້ມງວດເດັດຂາດ ຕໍ່ເນື້ອໃນຂໍ້ກຳນົດສະບັບນີ້, ຕັ້ງໜ້າປະກອບສ່ວນສ້າງ ວປກ ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ ແລະ ມີຄວາມປອດໄພ 100%. ໂດຍ: ເຂັງພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ