ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ນາຍົກລັດຖະມົນຕີ ໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງຜົ້ງສາລີ
ເວລາອອກຂ່າວ: 2026-09-11 15:09:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 740 | ຄວາມນິຍົມ:



ວັນທີ 10 ກັນຍາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງຜົ້ງສາລີ, ມີສະຫາຍ ພົນຕີ ສົມພອນ ມິດຕະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງຜົ້ງສາລີ, ມີການນໍາ, ອະດີດການນໍາແຂວງ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ, ເມືອງ, ພະນັກງານລັດຖະກອນ ແລະ ກໍາລງ ປກຊ-ປກສ ເຂົ້າຮ່ວມ. ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ລາຍງານຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຜົ້ງສາລີ ໃນໄລຍະ 5 ປີຜ່ານມາ ໃຫ້ຮັບຊາບ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກແຂວງ ແລະ ພະນັກງານທຸກຂົງເຂດວຽກງານ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມຂອງແຂວງ ບັນລຸຜົນສໍາເລັດຕາມແຜນທີ່ວາງໄວ້ ແລະ ເນັ້ນໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ ແຕ່ລະຂັ້ນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໃຫ້ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງ ແກ້ໄຂບັນດາປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ, ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍສະເພາະ 6 ທິດທາງລວມ, 4 ມາດຕະການ ແລະ 14 ມາດຕະການເພີ່ມເຕີມ ທີ່ສະພາແຫ່ງຊາດໄດ້ຮັບຮອງ ໃຫ້ມີຄືບໜ້າ ແລະ ໄດ້ຮັບຜົນສໍາເລັດ, ຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ເປັນຂະບວນການ ແລະ ຫັນປ່ຽນຢ່າງແຂງແຮງ, ສຸມໃສ່ຫັນການຈັດເກັບລາຍຮັບເປັນທັນສະໄໝ, ຈັດເກັບລາຍຮັບເຂົ້າງົບປະມານ ຈາກຖານທີ່ມີແລ້ວ ໃຫ້ຄົບຖ້ວນ ແລະ ຂະຫຍາຍຖານລາຍຮັບໃໝ່ ໃຫ້ມີຄວາມໝັ້ນຄົງ, ເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນ ທຸກຊັ້ນ-ທຸກສາຍ ໃຫ້ໄດ້ຮັບຜົນດີ, ແກ້ໄຂການປະລະການຮຽນ ແລະ ກຽມຄວາມພ້ອມ ໃຫ້ແກ່ການນໍາໃຊ້ຫຼັກສູດສາມັນສຶກສາໃໝ່ 6+3+3, ເຝົ້າລະວັງພະຍາດຕາມລະດູການ, ເພີ່ມທະວີການນໍາພາຂອງພັກ, ສຸມໃສການຈັດເກັບລາຍຮັບເຂົ້າງົບປະມານ, ຈັດສັນເນື້ອທີ່ທໍາການຜະລິດ, ການຈັດສັນທີ່ຢູ່ອາໃສ ຂອງປະຊາຊົນ ທີ່ເຫັນວ່າບ່ອນທີ່ມີຄວາມສ່ຽງຕໍ່ໄພທໍາມະຊາດ, ເອົາໃຈໃສ່ການປູກພຶດ ເປັນສິນຄ້າທີ່ເຫັນວ່າບ່ອນທີ່ມີທ່າແຮງ ແຕ່ຕອ້ງເອົາໃຈໃສ່ດ້ານສີ່ງແວດລອ້ມ ໂດຍສະເພາະແມ່ນຝຸ່ນທີ່ນໍາໃຊ້ ມີຜົນກະທົບຕໍ່ສີ່ງແວດລອ້ມ, ເອົາໃຈໃສ່ປາບປາມເຄືອຂ່າຍສະແກມເມີ ແລະ ດ້ານອື່ນໆ, ເຊື່ອແນ່ວ່າພາຍໃຕ້ການຊີ້ນໍາ ຂອງອົງຄະນະພັກ ແຕ່ລະຂັ້ນພາຍໃນແຂວງ ຈະບັນລຸຜົນສໍາຕາມແຜນທີ່ວາງໄວ້. ໂອກາດດັ່ງກ່າວນີ້, ຍັງໄດ້ປະດັບຫຼຽນໄຊພັດທະນາ ຊັ້ນ 1 ໃຫ້ແກ່ ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອທຶນຮອນ ເຂົ້າໃນການກໍ່ສ້າງອາຄານຮຽນ ແລະ ໂຮງຮຽນປະຖົມ ບ້ານມົກກົກນ້ອຍ ເມືອງສຳພັນ ແຂວງຜົ້ງສາລີ ລວມມູນຄ່າ 3.300.000.000 ກີບ ເຊິ່ງຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນ ໃນການພັດທະນາປະເທດຊາດ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ