ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ດີດີເຢ້ ດຼ໊ອກບາ ອະດີດກອງໜ້າເຊວຊີປະກາດລາອາຊີບເປັນທາງການໃນໄວ 40 ປີ
ເວລາອອກຂ່າວ: 2018-11-26 09:01:16 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1722 | ຄວາມນິຍົມ:



ດີດີເຢ້ ດ໊ຼອກບາ (Didier Drogba) ອະດີດກອງໜ້າສະ ໂມສອນເຊວຊີ ແລະ ທີມຊາດ ໄອໂວຣີໂຄດ ປະກາດອຳລາອາ ຊີບຢ່າງເປັນທາງການໃນວັນທີ 21 ພະຈິກຜ່ານມາ ໃນໄວ 40 ປີ. ດ໊ຼອກບາ ກ່າວວ່າ: “ຕະ ຫລອດ 20 ປີ ໃນການຍຶດອາ ຊີບນີ້ ສຸດມະຫັດສະຈັນ ມັນເປັນ ເວລາທີ່ເໝາະສົມ ແລະ ດີທີ່ສຸດ ເພື່ອອຳລາອາຊິບ, ຂ້ອຍໄດ້ບົດ ຮຽນຢ່າງຫຼວງຫຼາຍ ເພື່ອຈະ ນຳໄປພັດທະນານັກເຕະຮຸ່ນຕໍ່ ໄປ”. ດ໊ຼອກບາ ເລີ່ມກ້າວສູ່ອາ ຊີບນັກເຕະກັບສະໂມສອນ ເລີ ມ໋ອງ ໃນລີກຝຣັ່ງ ປີ 1998 ຈາກນັ້ນຍ້າຍໄປຢູ່ກັບ ແກັງກ໋ອງ ແລະ ໂອແລມປິກມາກເຊີຍ ທີມ ລະສອງປີ ກ່ອນຍ້າຍມາຮ່ວມ ທັບເຊວຊີ ໃນປີ 2004-2012 ດ້ວຍຄ່າໂຕ 24 ລ້ານປອນ, ລົງຫລິ້ນໃຫ້ ເຊວຊີ 381 ນັດ ຍິງໄດ້ 164 ປະຕູ ໄດ້ແຊັມພຣີ ເມຍລີກກັບເຊວຊີ 4 ສະໄຫມ, ເອັຟເອຄັບ 4 ສະໄຫມ, ລີກຄັບ 3 ສະໄຫມ, ເອັຟເອ ຄອມມູນີຕີ້ຊິວ 2 ສະໄຫມ ແລະ ຢູຟາແຊັມປຽນ ລີກ 1 ສະໄຫມ. ຈາກນັ້ນບັ້ນທ້າຍ ອາຊີບລາ ເຊວຊີ ໄປຫາຄວາມ ທ້າທາຍໃຫມ່ກັບສະໂມສອນ ຊຽງໄຮ້ ເສິນຫົວ ໃນລີກສູງສຸດ ປະເທດຈີນ ໃນປີ 2012-2013 ແລະ ໄປຢູ່ກັບ ກາລາຕາຊາ ຣາຍ ໃນຕວກກີປີ 2013-2014 ນຳທີມໄດ້ແຊັມລີກສູງສຸດ, Turkish Cup ແລະ Turkish Super Cup ຢ່າງລະ 1 ສະ ໄຫມ ແລະ ກັບມາ ເຊວຊີ ອີກຄັ້ງ ເປັນໄລຍະສັ້ນ ປີ 2014-15 ກ່ອນລາທີມຄັ້ງທີສອງໄປຢູ່ກັບ ສະໂມສອນ ມ໋ອນເທຣໂອ ອິມ ແພັກທີມໃນລີກສູງສຸດຂອງສະ ຫະລັດອາເມຣິກາ ໃນປີ 2015-2016 ແລະ ປິດທ້າຍອາຊີບ ກັບສະໂມສອນ ຟີນິກ ໄຣຊິ້ງ ທີມໃນລີກອັນດັບ 2 ຂອງສະຫະ ລັດອາເມຣິກາ ທີ່ດ໊ຼອກບາ ມີຫຸ້ນ ສ່ວນເປັນເຈົ້າຂອງທີມ. ລວມແລ້ວ ດ໊ຼອກບາ ລົງ ຫລິ້ນທັງໝົດ 679 ນັດ ກັບ 8 ສະໂມສອນ ຍິງໄດ້ 297 ປະຕູ. ລາງວັນສ່ວນຕົວທີ່ໜ້າສົນໃຈ ຂອງດ໊ຼອກບາ ໄດ້ລາງວັນນັກ ເຕະດີເດັ່ນແຫ່ງປີຂອງລີກອ໋ອງ ຝຣັ່ງພ້ອມກັບຕິດທີມດີເດັ່ນ ແລະ ປະຕູດີເດັ່ນໃນລະດູການ 2003- 2004, ໄດ້ລາງວັນນັກເຕະດີ ເດັ່ນຂອງປະເທດ 3 ສະໄຫມ, ລາງວັນນັກເຕະທະວີບອາຟຣິກາ 2 ສະໄຫມ, ດາວຍິງສູງສຸດພຣີ ເມຍລີກ 2 ສະໄຫມ, ເປັນດາວ ຍິງສູງສຸດທີມຊາດໄອໂວຣີໂຄດ 65 ປະຕູ ແລະ ລາງວັນອື່ນໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ