ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ II ອົງຄະນະພັກວິທະຍາຄານເຕັກນິກການທະຫານ
ເວລາອອກຂ່າວ: 2019-11-07 09:36:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ກອງປະຊຸມໃຫຍ່ຜູ້ແທນຄັ້ງ ທີ II ຂອງອົງຄະນະພັກ ວິທະຍາ ຄານເຕັກນິກການທະຫານໄດ້ ຈັດ ຂຶ້ນໃນວັນທີ 6 ພະຈິກນີ້ ໂດຍການ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະ ຊວງ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ມີຜູ້ແທນສົມບູນ ແລະ ແຂກຮັບເຊີນຈາກພາກ ສ່ວນຕ່າງໆເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງບົດ ລາຍງານການເມືອງທັງສອງ ພາກທີ່ສະເໜີໂດຍ ສະຫາຍ ພັນ ເອກ ສີສະໝອນ ໂນລະສິນ ຮອງ ເລຂາຄະນະພັກ, ຫົວໜ້າການທະ ຫານວິທະຍາຄານດັ່ງກ່າວ, ບົດ ລາຍງານການເມືອງໄດ້ ຕີລາ ຄາຄືນຢ່າງພາວະວິໄສຕໍ່ຜົນງານ ການເຄື່ອນໄຫວຊີ້ນໍາ-ນໍາພາ ວຽກງານຮອບດ້ານຂອງອົງຄະ ນະພັກໃນໄລຍະ 5 ປີຜ່ານມາ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກກໍຄື ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະ ພັກວິທະຍາຄານ ເຮັດໃຫ້ທົ່ວກົມ ກອງມີຄວາມໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ເຂັ້ມ ແຂງທາງດ້ານການຈັດຕັ້ງສາ ມາດຮັບປະກັນເຮັດສຳເລັດໜ້າ ທີ່ການເມືອງຂອງກົມກອງໃນ ການກໍ່ສ້າງ-ບໍາລຸງ ນັກວິຊາສະ ເພາະເຕັກນິກການທະຫານ ສະ ໜອງໃຫ້ແກ່ກຳລັງຫຼວງ-ກຳລັງ ທ້ອງຖິ່ນໃນທົ່ວກອງທັບ, ຄະນະ ພັກຍາມໃດກໍໄດ້ເອົາໃຈໃສ່ຍົກ ລະດັບຄຸນນະພາບການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນໃນທຸກເປົ້າໝາຍໃຫ້ນັບ ມື້ດີຂຶ້ນ, ວີທິການສິດສອນກໍໄດ້ ຮັບການປັບປຸງແບບໃໝ່ມີລັກ ສະນະວິທະຍາສາດແທດເໝາະກັບສະພາບຄວາມເປັນຈິງຂອງຍຸກສະໄໝ, ເຮັດໃຫ້ການປະເມີນ ຜົນການຮຽນມີຄຸນນະພາບດີຂຶ້ນ ເລື້ອຍໆ ແລະ ໄດ້ສຳເລັດການບໍາ ລຸງກໍ່ສ້າງລະບົບຕ່າງໆເຊັ່ນ: ບຳ ລຸງວຽກງານເສນາເຕັກນິກ 2 ຊຸດ, ກໍ່ສ້າງເຕັກນິກລົດການທະຫານ ລະດັບອະນຸປະລິນຍາໄດ້ 4 ຊຸດ, ກໍ່ສ້າງລະບົບຊັ້ນກາງເຕັກນິກຍຸດ ໂທ 5 ຊຸດ, ເຕັກນິກລົດການທະ ຫານ 5 ຊຸດ, ຖັນແຖວຄູອາຈານກໍ ໄດ້ເອົາໃຈໃສ່ຄົ້ນຄວ້າກວດແກ້, ຮຽບຮຽງບົດວິທະຍາສາດຕ່າງໆ ແລະ ແຕ່ງບົດສອນໄດ້ທັງໝົດ 898 ບົດ, ສໍາເລັດການສ້າງຫຼັກສູດກໍ່ສ້າງປະລິນຍາຕີເຕັກນິກລົດ, ເຕັກນິກຍຸດໂທ ແລະ ເປີດຮຽນເປັນທາງການສົກຮຽນ 2018-2019, ໄດ້ເອົາໃຈໃສ່ຄຸ້ມ ຄອງການປະຕິບັດຂໍ້ກຳນົດລະ ບຽບຂອງນັກຮຽນຢ່າງເຂັ້ມ ງວດ, ກວດກາການຂຶ້ນຫ້ອງ-ລົງຫ້ອງ, ການຄົ້ນຄວ້າຮໍ່າຮຽນ, ທັດສະນະການອອກແຮງງານ, ເພີ່ມພູນຜະລິດຜົນ, ຄວາມຫ້າວຫັນປະກອບສ່ວນເຂົ້າຮ່ວມຂະບວນການຕ່າງໆຢ່າງແທດເຖິງ, ໄດ້ຈັດກອງປະຊຸມສະພາວິທະຍາ ສາດເພື່ອຄົ້ນຄວ້າ, ຮັບຮອງບັນ ດາເອກະສານລະບົບກໍ່ສ້າງປະ ລິນຍາຕີໃຫ້ 2 ຂະແໜງການ, ແປເອກະສານທີ່ຊ່ຽວຊານຫວຽດ ນາມມາຊ່ວຍສ້າງໄດ້ 68 ສະບັບ. ນອກຈາກວຽກງານດັ່ງກ່າວຄະ ນະພັກກໍຍັງໄດ້ເອົາໃຈໃສ່ຕໍ່ວຽກງານອົບຮົມຫັດແອບປັບປຸງລະບຽບແບບແຜນ, ວຽກງານປັບປຸງກໍ່ສ້າງກຳລັງທາງດ້ານການ ເມືອງແນວຄິດ ແລະ ການຈັດຕັ້ງ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານນະໂຍບາຍ-ປະກັນ ສັງຄົມ, ວຽກງານຮັບປະກັນ ດ້ານຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບ ແລະ ຂົງເຂດ ວຽກງານອື່ນໆ. ປັດຈຸບັນອົງ ຄະນະພັກວິທະຍາຄານປະກອບມີ 2 ຄະນະພັກຮາກຖານ, 11 ໜ່ວຍ ພັກເອກະລາດ ແລະ 7 ໜ່ວຍ ພັກຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 389 ສະຫາຍ, ສາມາດຕີລາຄາຄຸນ ນະພາບການນໍາພາຂອງພັກສົກ 2018-2019 ມີ 9 ໜ່ວຍພັກໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຈໍານວນສະມາຊິກພັກແຂງກວມ ເອົາ 72,75%, ສະມາຊິກພັກກາງ ກວມເອົາ 24,68% ແລະ ບໍ່ໄດ້ ຈັດປະເພດກວມເອົາ 2,31%. ໃນກອງປະຊຸມຍັງໄດ້ປ່ອນບັດ ຄັດເລືອກເອົາຄະນະພັກຊຸດໃໝ່ ມີ 13 ສະຫາຍ, ຄັດເລືອກໄດ້11 ສະຫາຍກອງປະຊຸມຄັ້ງປະຖົມ ມະລຶກໄດ້ເລືອກເອົາ ສະຫາຍ ພັນເອກ ສິງຄຳ ເທບວົງສິມ ເປັນ ເລຂາ, ສະຫາຍ ພັນເອກ ສະໝອນ ໂນລະສິນ ເປັນຮອງເລຂາ, ສະ ຫາຍ ພັນໂທ ຈັນສະໝອນ ລັດສະ ໄໝ ເປັນປະທານກວດກາ ແລະ ສະຫາຍ ພັນເອກ ທອງສອນ ຕູໄຊ ລີຢາ, ສະຫາຍ ພັນໂທ ພອນສະ ຫວັນ ຣາມະອອງ, ສະຫາຍ ພັນ ໂທ ພູທອນຄຸນລີວົງ, ສະຫາຍ ພັນ ໂທ ສຸດໃຈ ລືໄຊສົມບັດ, ສະຫາຍ ພັນໂທ ວຽງຄໍາຫຼ້າ ແພງປັນຍາ, ສະຫາຍ ພັນໂທ ຈັນທອງ ພົມຂັນ ໄຊ, ສະຫາຍ ພັນໂທ ຄຳເຜີຍ ທໍາ ມະນີວົງ ແລະ ສະຫາຍ ພັນໂທ ບຸນທະວີ ສີວິໄລ ເປັນກຳມະການ ພ້ອມດຽວກັນນັ້ນ ກໍໄດ້ຄັດເລຶອກ ເອົາຜູ້ແທນເພື່ອເຂົ້າຮ່ວມກອງ ປະຊຸມໃຫຍ່ຄະນະພັກຂັ້ນເທິງໄດ້ ຕາມລະດັບຄາດໝາຍ. ໂອກາດດັ່ງກ່າວຍັງໄດ້ຮັບຟັງ ການໂອ້ລົມໃຫ້ທິດຊີ້ນຳຂອງ ສະ ຫາຍ ພົນຕີ ແອສະໄໝ ເລືອງວັນ ໄຊ ກຳມະການຄະນະປະຈຳພັກ ກະຊວງ,ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ ເພື່ອເປັນ ທິດນຳ ແລະ ບ່ອນອີງແນໃສ່ ເຮັດໃຫ້ການເຄື່ອນໄຫວຊີ້ນຳ-ນຳພາຂອງຄະນະພັກຕໍ່ໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍ ໃນຕໍ່ໜ້າໃຫ້ໄດ້ຮັບໝາກຜົນດີ ກວ່າເກົ່າ. ໂດຍ: ນ. ຈ໋ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ