ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ນາຍົກ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ເຜີຍແຜ່​ວາລະ​ແຫ່ງ​ຊາດ ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ
ເວລາອອກຂ່າວ: 2026-09-24 09:09:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ:



ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ໄດ້​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ເຜີຍແຜ່​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ພັດທະນາ​ຊົນ ນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ໃນ​ວັນ​ທີ 21 ກັນຍາ​ນີ້ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ໂດຍ​ມີ​ບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງ​ລັດຖະມົນຕີ ປະທານ​ຄະນະ​ກຳມະການ​ປົກ ຄອງ​ແຂວງ, ຫົວໜ້າ​ກົມ, ຫົວໜ້າ​ພະແນກການ​ຂັ້ນ​ທ້ອງຖິ່ນ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ ເຊິ່ງ​ທ່ານ​ນາຍົກ​ກ່າວ​ວ່າ: ວຽກ​ງານ​ການ​ພັດທະນາ​ຊົນນະບົດ ແລະ ການ​ແກ້​ໄຂ​ຄວາມທຸກຍາກ​ ແມ່ນ​ໜຶ່ງ​ໃນ​ວຽກ​ງານ​ຍຸດທະ​ ສາດ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພັກ ແລະ ລັດຖະບານ ນັບ​ຕັ້ງແຕ່​ສະຖາປະ ນາ ​ສປປ ລາວ ເປັນຕົ້ນ​ມາ. ຈຸດປະສົງ​ຫຼັກ​ແມ່ນ​ເພື່ອ​ຫຼຸດ ຜ່ອນ​ຄວາມ​ແຕກ​ໂຕນ ລະຫວ່າງ​ຕົວ​ເມືອງ ແລະ ຊົນນະບົດ, ພ້ອມ​ທັງ​ນຳພາ​ປະເທດ​ຊາດ ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ປະເທດ​ດ້ອຍ​ພັດທະນາ. ພັກ-ລັດ ໄດ້​ຖື​ເອົາ​ວຽກ​ງານ​ດັ່ງກ່າວ​ເປັນ​ວຽກ​ບຸລິມະສິດ​ແຖວ​ໜ້າ​ຕະຫຼອດ​ມາ ໂດຍ​ໄດ້​ອອກ​ຫຼາຍ​ມະຕິ, ຄຳ​ສັ່ງ ແລະ ນະໂຍບາຍທີ່​ສຳຄັນ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການຈັດຕັ້ງປະຕິ ບັດ. ໃນ​ນັ້ນ, ນະໂຍບາຍ​ທີ່​ໂດດ​ ເດັ່ນ​ທີ່​ສຸດໃນໄລຍະ​ຜ່ານມາແມ່ນ​ ວຽກງານ​ກໍ່ສ້າງຮາກ​ຖານການ ເມືອງ ທີ່​ຕິດ​ພັນ​ກັບ​ການພັດທະ ນາ​ຊົນນະບົດ-ແກ້​ໄຂ​ຄວາມທຸກ​ຍາກ ແລະ ທິດ​ນຳ “3 ສ້າງ” ກໍ​ຄື​ການ​ສ້າງແຂວງ​ເປັນຫົວໜ່ວຍ ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ ​ຫົວ ໜ່ວຍ​ເຂັ້ມແຂງ​ຮອບດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາເຊິ່ງ​ເປັນ​ກົນ​ໄກ​ຫຼັກ​ໃນ​ການ​ລົງ​ເລິກ​ການ​ພັດທະນາ​ສູ່​ຮາກ​ຖານ​ໃຫ້​ມີ​ຄວາມເຂັ້ມແຂງ ແລະ ໜັກ​ແໜ້ນ; ວຽກງານ ​ດັ່ງ ກ່າວ​ບໍ່​ພຽງ​ແຕ່​ເປັນ​ບຸລິມະສິດ​ແຖວ​ໜ້າໃນ​ແຜນ​ພັດທະນາ​ເສດ ຖະກິດ-ສັງຄົມ ແຫ່ງ​ຊາດ, ແຕ່​ຍັງເປັນການ​ຢັ້ງຢືນ​ເຖິງ​ຄວາມ​ມຸ່ງໝັ້ນອັນ ​ແຮງ​ກ້າ ແລະ ຄວາມ​ຮັບຜິດຊອບ​ທາງ​ການເມືອງ​ອັນ​ສູງ​ສົ່ງ. ພັກ ແລະ ລັດຖະບານ ໃນ​ຖານະ​ເປັນ​ສະມາຊິກທີ່ຕັ້ງໜ້າ ຂອງປະຊາ​ຄົມ​ໂລກ ຕໍ່​ກັບ​ການ ຈັດຕັ້ງ​ປະຕິ ບັດ​ວາລະ 2030 ຂອງ​ອົງການ​ສະຫະ​ປະຊາ​ ຊາດ (UN) ວ່າດ້ວຍ​ເປົ້າໝາຍ ການ​ພັດທະນາ​ແບບ​ຍືນ​ຍົງ (SDGs). ພວກ​ເຮົາ​ໄດ້​ຫັນ​ເອົາ​ບັນດາ​ເປົ້າ​ໝາຍ​ຂອງ UN, ໂດຍ​ສະເພາະ​ແມ່ນ SDG ທີ 1: ການ​ລຶບລ້າງ​ຄວາມທຸກ​ຍາກ​ໃນ​ທຸກ​ຮູບ​ແບບເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ, ລວມ​ເຖິງ​ການ​ກຳນົດ​ເປົ້າໝາຍ SDG ອື່ນໆ; ວຽກ​ງານ​ພັດທະ ນາ​ຊົນນະບົດ ແລະ ແກ້​ໄຂຄວາມ ທຸກ​ຍາກເພື່ອ​ ປະຕິບັດ​ບັນດາ​ຕົວ​ຊີ້​ວັດ​ໃຫ້​ບັນລຸ​ຕາມ​ຄາດໝາຍ ແລະ ສຳລັບ​ຈຸດ ໝາຍ​ປາຍທາງ​ຂອງ​ວາລະ​ແຫ່ງ​ຊາດ​ໄດ້​ກຳນົດ​ເວລາ​ປະຕິບັດ​ຢ່າງ​ຈະແຈ້ງ ແຕ່​ປີ 2027-2030 ແລະ ໄດ້ກຳນົດ ​ຄາດໝາຍ​ທີ່​ທ້າ​ທາຍ​ສົມຄວນ. ໃນ​ນັ້ນ, ຕ້ອງສ້າງຄອບຄົວພົ້ນ ທຸກ ໃຫ້ໄດ້ຫຼາຍ​ ກວ່າ 100.000 ຄອບຄົວ ເພື່ອ​ດຶງ​ອັດຕາ​ຄວາມ ທຸກ​ຍາກ​ໃຫ້​ຫຼຸດ​ລົງ​ມາ​ເຫຼືອ​ພຽງ​ໜຶ່ງ​ໂຕ​ເລກ, ສ້າງ​ບ້ານພົ້ນທຸກໃຫ້​ ໄດ້​ຫຼາຍ​ກວ່າ 1.000 ບ້ານ ແລະ ສ້າງ​ເມືອງ​ພົ້ນ​ທຸກ​ໃຫ້​ໄດ້​ຫຼາຍ ​ກວ່າ 25 ເມືອງ ຕາມ​ທີ່​ໄດ້​ກຳ ນົດ​ໄວ້​ໃນ​ມະຕິ​ຂອງສະພາແຫ່ງ​ ຊາດ ວ່າ​ດ້ວຍ​ການຮັບຮອງ​ ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ X (2026-2030). ທ່ານ ສອນ​ໄຊ ສີ​ພັນ​ດອນ ໄດ້​ກ່າວ​ຕື່ມ​ວ່າ: ເພື່ອ​ບັນລຸ​ຄາດໝາຍ​ອັນ​ຍິ່ງ​ໃຫຍ່​ນີ້, ຈະ​ໄດ້​ສຸມ​ໃສ່ 5 ວຽກ​ຈຸດ​ສຸມ: ສຸມ​ໃສ່​ສ້າງ​ອາຊີບ ແລະ ແຫຼ່ງ​ລາຍ​ຮັບ​ທີ່​ໝັ້ນຄົງ​ຕິດ​ພັນ​ກັບ​ການ​ຈັດ​ສັນ​ພູມລຳເນົາ ໂດຍ​ຊຸກຍູ້​ການ​ເຮັດ​ກະເສດ​ສຸມ, ກະເສດ​ປະສົມ​ປະສານ ແລະ ການ​ຜະລິດ​ເປັນ​ສິນຄ້າ; ເລັ່ງ​ພັດ ທະນາ​ພື້ນຖານ​ໂຄງ​ລ່າງ ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຢູ່​ຊົນນະບົດ ໂດຍ​ສະເພາະ​ແມ່ນ​ເສັ້ນທາງ​ຄົມມະນາຄົມ, ໄຟຟ້າ, ນ້ຳ​ສະອາດ, ການ​ສຶກ​ສາ ແລະ ສາທາລະນະ​ສຸກ; ເລັ່ງ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ການ​ປົກ ຄອງ​ທ້ອງຖິ່ນ ຕິດ​ພັນ​ກັບ​ການ​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ເພື່ອ​ສ້າງ​ນັກ​ພັດທະນາ​ກອນ​ກັບ​ທີ່ ໃຫ້​ຮາກ​ຖານ​ມີ​ຄວາມ​ເຂັ້ມແຂງ; ສຸມ​ໃສ່​ຂົນຂວາຍ ແລະ ຍາດ​ແຍ່ງ​ແຫຼ່ງ​ທຶນ ຈາກ​ທັງ​ງົບປະມານ​ລັດ, ພາກ​ທຸລະ​ກິດ, ສັງຄົມ ແລະ ອົງ​ການຈັດຕັ້ງ​ສາກົນ​ເພື່ອ​ສຸມ​ໃສ່​ການ​ພັດທະນາ​ຢ່າງ​ມີ​ຈຸດ​ສຸມ ແລະ ຫຼີກ​ລ່ຽງ​ການ​ເອື່ອຍ​ອີງ​ແຕ່​ງົບປະມານ​ລັດ ພຽງ​ດ້ານ​ດຽວ; ສ້າງ ແລະ ປັບປຸງນິຕິກຳ, ກົນ​ໄກ​ການ​ຄຸ້ມ​ຄອງ ລວມ​ເຖິງ​ການ​ພັດທະນາ​ຖານ​ຂໍ້​ມູນ​ຄວາມທຸກ​ຍາກ​ແຫ່ງ​ຊາດ​ໃຫ້​ທັນ​ສະໄໝ ເພື່ອ​ຮັບປະກັນ​ການ​ຊ່ວຍເຫຼືອ​ໃຫ້​ຖືກ​ເປົ້າ​ໝາຍ ແລະ ມີ​ຄວາມ​ໂປ່ງ​ໃສ ແລະ ເພື່ອ​ເໜັ້ນ​ໜັກ ແລະ ເປັນ​ກຸນແຈ ທີ່​ພວກ​ເຮົາ​ຕ້ອງ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ແກ້​ໄຂ​ຢ່າງ​ເດັດ ຂາດ ແລະ ຈິງ​ຈັງ ດັ່ງນີ້: 1. ການ ​ຫັນປ່ຽນ​ວິຖີ​ການດຳລົງຊີວິດ, ການ​ຜະລິດ ແລະ ການ​ສ້າງ​ເສດ ຖະກິດ​ຊົນນະບົດ​ໃຫ້​ເຂັ້ມແຂງ ເພື່ອ​ສ້າງ​ອາຊີບ ແລະ ແຫຼ່ງ​ລາຍ​ຮັບ​ທີ່​ໝັ້ນຄົງ, 2. ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ແລະ ສິ່ງ​ອຳ ນວຍ​ຄວາມ​ສະດວກ ເພື່ອ​ເຊື່ອມ​ໂຍງ​ຊຸມ​ຊົນ​ຊົນນະບົດ ແລະ ອຳ ນວຍ​ຄວາມ​ສະດວກ​ໃນ​ການ​ຂົນສົ່ງ​ສິນຄ້າ, 3. ການ​ຍົກ​ລະດັບ​ຄຸນ​ນະ​ພາບ​ຊີວິດ ດ້ານ​ການ​ສຶກ​ສາ, ສາທາລະນະ​ສຸກ ແລະ ໂພຊະ​ນາ​ການ, 4. ການ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ລະບົບ​ການເມືອງ​ຢູ່​ຮາກ​ຖານ ຕິດ​ພັນ​ກັບ​ວຽກ​ງານ ສາມ​ສ້າງ ແລະ 5. ການ​ຄຸ້ມ​ຄອງ​ຊັບພະຍາກອນ, ທີ່​ດິນ​ທຳ​ມາ​ຫາ​ກິນ ແລະ ການ​ເກັບ​ກູ້​ລະເບີດ​ຕົກ​ຄ້າງ; ສະຫຼຸບ​ລວມ​ແລ້ວ​ທັດ ສະນະ​ຂອງ​ການ​ນຳພາຂອງ​ພັກ-ລັດ​ເຮົາ ຕໍ່​ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ ບໍ່​ໄດ້​ແຍກ​ອອກ​ຈາກ​ວຽກ​ງານ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ແມ່ນ​ການ​ພັດທະນາ​ແບບ​ກວມ​ລວມ ແລະ ຍືນ​ຍົງ ທີ່​ເອົາ​ປະຊາຊົນ​ເປັນໃຈ​ກາງ, ການ​ແກ້​ໄຂ​ຄວາມທຸກຍາກ ບໍ່​ແມ່ນ​ໜ້າທີ່​ຂອງ​ກະຊວງ ຫຼື ຂະແໜງການ​ໃດ​ໜຶ່ງ, ແຕ່​ແມ່ນ​ຄວາມ​ຮັບຜິດຊອບ​ລວມ ຂອງ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ຈະ​ຕ້ອງ​ໄດ້​ພ້ອມກັນຜ່ານ​ ຜ່າ ແລະ ທຸກ​ພາກສ່ວນ ຕ້ອງ​ຫັນປ່ຽນ​ຈິນຕະນາການ, ເຮັດ​ແທ້​ທຳ​ຈິງ, ມີ​ການ​ປະສານ​ງານ ​ທີ່​ກົມກຽວ ແລະ ນຳ​ໃຊ້ຊັບພະ ຍາກອນ​ທີ່​ມີ​ຈຳກັດ ໃຫ້​ມີ​ປະສິດ ທິ​ຜົນ​ສູງ​ສຸດ ແລະ ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ ພວກ​ເຮົາຈະ​ສາ ມາດ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ​ໃຫ້​ດີ​ຂຶ້ນ​ເລື້ອຍໆ, ປະເທດ​ຊາດ​ຈະ​ກ້າວ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ ແລະ ກ້າວ​ສູ່​ຄວາມ​ຈະເລີນ​ຮຸ່ງເຮືອງ​ສີວິໄລ ຕາມ​ຈຸດໝາຍ​ທີ່​ພັກ-ລັດ​ໄດ້​ຕັ້ງ​ເປົ້າ​ໝາຍ​ເອົາ​ໄວ້. ໂດຍ: ບຸນ​ອູ້ມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ