ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຮອງ​ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການ​ຄ້າ ຊຸກຍູ້​ວຽກ​ງ​​ານຢູ່​ແຂວງ​ຄຳ​ມ່ວນ
ເວລາອອກຂ່າວ: 2026-09-25 09:04:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ແຫຼ່ງ​ຂ່າວ​ຈາກ ແຂວງ​ຄຳ​ມ່ວນ ໃຫ້​ຮູ້​ວ່າ: ທ່ານ ພຸດ​ທະວັນ ນັນທະ​ວົງ ຮອງ​ລັດຖະມົນຕີ ກະ ຊວງ​ອຸດສາຫະກຳ ແລະ ການຄ້າ ພ້ອມ​ດ້ວຍ​ຄະນະ ເຄື່ອນ​ໄຫວ​ຕິດ ຕາມ ແລະ ກວດກາ ຊຸກຍູ້​ວຽກ​ງານ ຢູ່​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ແຂວງ​ຄຳ​ມ່ວນ ໃນຫວ່າງ​ບໍ່​ດົນ​ມາ​ນີ້ ໂດຍ​ມີ ທ່ານ ສົມ​ວິ​ໄຊ ວົງ​ທິ​ລາດ ຫົວໜ້າ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ​ແຂວງ​ຄຳ​ມ່ວນ ພ້ອມ​ດ້ວຍ​ພະ ນັກງານ-ລັດຖະກອນ ໃນ​ທົ່ວ​ພະ ​ແນກ​ອຸດສາຫະກຳ ແລະ ການ​ຄ້າ​ແຂວງ​ເຂົ້າ​ຮ່ວມ. ຈຸດປະສົງ​ໃນ​ການເຄື່ອນ ໄຫວ​ເຮັດ​ວຽກ​ງານໃນ​ຄັ້ງ​ນີ້ ກໍ​ເພື່ອ​ຊຸກຍູ້, ຕິດຕາມ, ກວດກາ, ຖອດ​ຖອນ​ບົດຮຽນ ແລະ ຊອກ​ຫາ​ວິທີ​ແກ້​ໄຂ ປ້ອງ​ກັນ ຕໍ່​ບັນຫາ​ທີ່​ເກີດ​ຂຶ້ນ ໃນ​ຂົງເຂດ​ອຸດສາຫະກຳ ແລະ ການ​ຄ້າ ໂດຍສະເພາະການ ຈັດຕັ້ງ​ປະຕິບັດ​ວຽກ​ງານປະຈຳ​ ປີ 2026 ຂອງ​ພະ​ແນກ​ອຸດສາ ຫະກຳ ແລະ ການ​ຄ້າ​ແຂວງ​ຄຳ​ມ່ວນ, ໃນ​ການຈັດຕັ້ງ​ປະຕິບັດ​ບັນດາ​ນິຕິ​ກຳ​ຕ່າງໆ ເປັນຕົ້ນ ມະ ຕິ, ຄຳ​ສັ່ງ, ດຳລັດ, ຂໍ້​ຕົກລົງ, ລະບຽບ, ບົດ​ນຳ ແລະ ບັນດາ​ຂໍ້​ ກຳນົດດ້ານ​ວິຊາ​ສະເພາະຂອງ​ ກະຊວງ​ອຸດສາຫະກຳ ແລະ ການ ​ຄ້າ ໄດ້​ວາງ​ອອກວ່າໄດ້ຮັບ​ການ ຈັດຕັ້ງ​ປະຕິບັດຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ ແລະ ມີ​ຜົນ​ໄດ້​ຮັບ​ຄື​ແນວໃດ. ເພື່ອ​ເປັນ​ການ​ເກັບ​ກຳ​ຂໍ້​ມູນ​ສະພາບ ແລະ ຮັບ​ຟັງ​ການ​ລາຍ​ງານການຈັດຕັ້ງປະ ຕິບັດ​ແຜນ​ພັດທະນາເສດຖະກິດ-ສັງຄົມ ໃນ​ຂົງເຂດ​ອຸດສາ ຫະກຳ ແລະ ການ​ຄ້າ ປະຈຳປີ 2006, ພ້ອມ​ທັງ​ຟັງ​ທິດ​ທາງ​ແຜນການ​ໃນ​ປີ​ຕໍ່​ໄປ, ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ສູນ​ກາງໃນ​ການ​ສັງ​ລວມປະ​ເມີນ​ຜົນ ແລະ ຊ່ວຍ​ກຳນົດ​ທິດ​ທາງ. ພ້ອມ​ກັນ​ນັ້ນ, ກໍ​ເພື່ອ​ເປັນ​ການ​ປຶກສາ​ຫາລື ແລະ ແລກປ່ຽນ​ບົດຮຽນ​ທາງ​ດ້ານ​ວິຊາ​ການ ກ່ຽວ​ກັບ​ວຽກ​ງານ​ກວດກາລັດ ລະຫວ່າງສູນ​ກາງ ແລະ ທ້ອງ ຖິ່ນທັງ​ແລກປ່ຽນ​ບົດຮຽນກ່ຽວ​ກັບ​ການ​ນຳພາ-ຊີ້​ນຳ ຂອງ​ຄະນະ​ກວດກາ ພັກ-ລັດ ຂັ້ນ​ແຂວງ ຕໍ່​ກັບ​ການເຄື່ອນໄຫວ​ວຽກ​ງານ ຂອງ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ໃຫ້​ມີ​ຄວາມ​ເຂັ້ມແຂງ​ຕື່ມ. ນອກ​ນັ້ນ, ຍັງ​ຈະ​ໄດ້​​ໄປ​ຢ້ຽມ ຢາມ ແລະ ເກັບ​ກຳ​ຂໍ້​ມູນ​ຢູ່ພາກ​ ສະໜາມ ຢູ່​ບັນດາ​ໂຄງການທີ່ສຳ ຄັນ​ຕ່າງໆ ເພື່ອ​ສ້າງ​ຄວາມ​ເຂັ້ມ ແຂງ​ໃຫ້​ຂະແໜງ​ກວດກາ​ລັດ ໃນ​ຂັ້ນ​ທ້ອງຖິ່ນ ໂດຍ​ສະເພາະການ​ຊຸກ​ຊູ້, ຕິດຕາມ, ກວດກາ, ການ​ເກັບ​ກຳ​ຂໍ້​ມູນ, ບັນດາ​ສະພາບ​ການ, ຮັບ​ຟັງ​ຫາງ​ສຽງ​ສັງຄົມ ແລະ ການ​ເກັບ​ກຳ​ບັນດາ​ພຶດຕິ​ກຳ​ທີ່​ເປັນການ​ສໍ້​ລາດ​ບັງຫຼວງ ໃນ​ຂະແໜງ​ອຸດສາຫະກຳ ແລະ ການ​ຄ້າ ທີ່ຢູ່​ໃນ​ຄວາມ​ຮັບຜິດ ຊອບ​ຂອງ​ຂະແໜງ ອຸດສາຫະກຳ ແລະ ການ​ຄ້າ ແຂວງ ເພື່ອ​ລາຍ​ງານ​ຄະນະ​ພັກ, ຄະນະ​ພະ​ແນກ ພ້ອມ​ກັນ​ຊອກ​ຫາ​ວິທີ​ສືບຕໍ່​ສະກັດ​ກັ້ນ ແລະ ປ້ອງ​ກັນ ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ເພື່ອ​ຮ່ວມ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ໃນ​ການ​ປັບປຸງ​ກົນ​ໄກ​ການ​ປະສານ​ງານ, ການ​ຄຸ້ມ​ຄອງ​ລັດ ແລະ ການ​ກວດກາ ໃຫ້​ມີ​ຄວາມ​ເຂັ້ມ​ງວດ, ໂປ່ງ​ໃສ ເພື່ອ​ແນໃສ່ແກ້​ໄຂ​ປະກົດ​ການ​ທີ່ເກີດ​ຂຶ້ນໃນ​ຂົງເຂດ​ອຸດສາຫະກຳ ແລະ ການ​ຄ້າ ໃຫ້​ຫຼຸດ​ໜ້ອຍ​ຖອຍລົງ ແລະ ໝົດ​ໄປ​ໃນ​ທີ່​ສຸດ, ເຮັດ​ໃຫ້ ການ​ດຳເນີນ​ທຸລະ​ກິດ, ການ​ຄ້າ-ການ​ບໍລິການ ແລະ ການ​ຜະລິດ​ອຸດສາຫະກຳ ເປັນ​ໄປ​ຕາມ​ລະ ບຽບກົດໝາຍ​ຢ່າງ​ເຄັ່ງ​ຄັດ. ໂດຍ: ແດງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ