ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລາຍງານກ່ຽວກັບການປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ໃນປີ 2019 ແລະ ທິດທາງວຽກງານຈຸດສຸມໃນປີ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 7 ພະຈິກ 2019
ເວລາອອກຂ່າວ: 2019-11-11 09:31:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງແຜນການ-ການ ລົງທຶນໄດ້ຕາງໜ້າລັດຖະບານ ຂຶ້ນລາຍງານກ່ຽວກັບສະພາບ ພົ້ນເດັ່ນໃນການປະຕິບັດວຽກ ງານຂອງລັດຖະບານ ໃນປີ 2019 ແລະ ທິດທາງວຽກງານຈຸດສຸມ ໃນປີ 2020 ໂດຍສັງເຂບຕໍ່ສະພາ ແຫ່ງຊາດ, ກ່ຽວກັບວຽກງານ ພົ້ນເດັ່ນ ເເລະ ຄວາມພະຍາຍາມ ຂອງລັດຖະບານ ໄລຍະຜ່ານມາ ທ່ານກ່າວວ່າ: ເຖິງແມ່ນວ່າສະ ພາບແວດລ້ອມຂອງການປະ ຕິບັດແຜນພັດທະນາດັ່ງກ່າວມານັ້ນກໍຕາມ, ແຕ່ລັດຖະບານກໍ ໄດ້ສຸມຄວາມພະຍາຍາມສຸດຂີດ ໃສ່ການຈັດຕັ້ງປະຕິບັດແຜນວຽກ ຈຸດສຸມທີ່ກໍານົດໃນແຜນພັດທະ ນາເສດຖະກິດ-ສັງຄົມ ແນໃສ່ສູ້ ຊົນບັນລຸຄາດໝາຍທີ່ສະພາໄດ້ ຮັບຮອງຕາມມະຕິເລກທີ 099/ ສພຊ (28/11/18) ແລະ ມະຕິ ເລກທີ 01/ສພຊ (07/06/19). ຜ່ານການຈັດຕັ້ງປະຕິບັດຕົວ ຈິງໃນໄລຍະ 9 ເດືອນທີ່ຜ່ານມາ, ຂ້າພະເຈົ້າຕີລາຄາໝາກຜົນຈໍາ ນວນໜຶ່ງດັ່ງນີ້: 1. ໂດຍລວມພວກ ເຮົາຍັງຮັກສາໄດ້ຢ່າງໜັກແໜ້ນ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ. ເຖິງຈະຍັງມີບາງເຫດການເກີດ ຂຶ້ນຢູ່ພາຍໃນ ແລະ ບໍລິເວນຊາຍ ແດນບາງຈຸດ, ແຕ່ລັດຖະບານ ກໍໄດ້ແກ້ໄຂຢ່າງຮອບຄອບຮັດ ກຸມສາມາດຮັກສາໄດ້ສະພາບ ແວດລ້ອມທີ່ອໍານວຍໃຫ້ແກ່ການ ດໍາລົງຊີວິດທີ່ສະຫງົບສັນຕິໃຫ້ ແກ່ປະຊາຊົນເຮົາເພື່ອການພັດທະ ນາຂອງປະເທດເຮົາ. 2. ລັດຖະບານ ສືບຕໍ່ການຄຸ້ມ ຄອງບໍລິຫານລັດຢ່າງຮັດກຸມ, ປະຕິບັດກົດໝາຍຢ່າງເຄັ່ງຄັດ, ຈໍາກັດການຄ້າຂາຍເຖື່ອນ, ປາບ ປາມຢາເສບຕິດ, ພະຍາຍາມສະ ກັດກັ້ນ ແລະ ແກ້ໄຂສິ່ງທີ່ຜິດເຂວ, ສະໜັບສະໜູນໂນ້ມນ້າວໄປສູ່ ສິ່ງທີ່ຖືກຕ້ອງ ແລະ ສົ່ງເສີມປົກ ປ້ອງສິ່ງທີ່ເປັນທໍາດ້ວຍການກ້າ ເບິ່ງໃຫ້ຊັດເຈນ ຂອງຄວາມເປັນ ຈິງ, ກ້າຕໍ່ສູ້ກັບສິ່ງທີ່ເປັນ ໄພຕໍ່ປະ ເທດຊາດ, ຕໍ່ປະຊາຊົນ. 3. ຕົວເລກການເຕີບໂຕຂອງ ເສດຖະ ກິດ ບັນລຸໄດ້ 6,4% (ຄາດຄະເນໝົດປີ) ເຊິ່ງຫຼຸດ ຄາດໝາຍທີ່ສະພາຮັບຮອງ, ແຕ່ກໍຍັງເປັນຕົວເລກການເຕີບ ໂຕໃນລະດັບດີຕໍ່ເນື່ອງ. ທີ່ສໍາຄັນ, ການເຕີບໂຕດັ່ງກ່າວແມ່ນການ ເຕີບໂຕທີ່ຂ້ອນຂ້າງມີຄຸນນະພາບ ກວ່າເກົ່າ. ການດຸ່ນດ່ຽງລາຍຮັບ-ລາຍຈ່າຍພາຍໃນມີທ່າຕັ້ງໜ້າ, ອັດຕາສ່ວນຂາດດຸນ ງົບປະມານ ຕໍ່ GDP ຫຼຸດລົງຈາກ ປະມານ 6% ໃນໄລຍະປີ 2015-2016 ມາເປັນ ປະມານ 4% ໃນປີ 2018, ລາຍຮັບຈາກພາຍໃນ ເພີ່ມຂຶ້ນຈາກ ປະມານ 21.000 ຕື້ກີບໃນປີ 2016 ມາເປັນ ປະ ມານ 26.200 ຕື້ກີບ ໃນປີ 2019. ທັງໝົດເຫຼົ່ານີ້ ເຖິງວ່າຈະເຮັດ ໃຫ້ອັດຕາການເຕີບໂຕຂອງເສດ ຖະກິດຫຼຸດລົງໃນໄລຍະສັ້ນແຕ່ ເປັນການຫຼຸດລົງທີ່ຈໍາເປັນ ເຊິ່ງ ເປັນການຫັນເຂົ້າສູ່ພື້ນຖານການ ຜະລິດຕົວຈິງເພື່ອສ້າງຄວາມໜັກ ແໜ້ນໃຫ້ເເກ່ການເຕີບໂຕທີ່ໝັ້ນ ທ່ຽງຍືນຍົງທັງເປັນການສ້າງ ຖານການຜະລິດ ແລະ ການກະ ຈາຍລາຍຮັບອອກສູ່ປະຊາຊົນ ໃນທ້ອງຖິ່ນຕ່າງໆ. 4. ໄດ້ສືບຕໍ່ແກ້ໄຂ ບັນຫາໜີ້ ສິນໂຄງການລົງທຶນຂອງລັດ ຢ່າງຕັ້ງໜ້າ ເຊິ່ງຮອດປັດຈຸບັນ ຊໍາລະໄດ້ 2.214,7 ຕື້ກີບ ເທົ່າກັບ 50,8% ຂອງແຜນການປີ ຄຽງ ຄູ່ກັບການແກ້ໄຂດ້ວຍຮູບແບບ ອອກພັນທະບັດເພື່ອຊ່ວຍແກ້ ໄຂສະພາບກ່ຽວຂ້ອງ ທາງດ້ານ ການເງິນຊ່ວຍບໍລິສັດ, ພ້ອມກັນ ນັ້ນ, ກໍໄດ້ແຕ່ງຕັ້ງຄະນະສະ ເພາະກິດເພື່ອກວດກາ ໂຄງການ ລົງທຶນຂອງລັດ, ເຈລະຈາຕໍ່ລອງ ຫຼື ແກ້ໄຂໜີ້ສິນແບບມີສ່ວນຫຼຸດ ຕາມຄວາມເໝາະສົມ ແລະ ມີ ຄວາມຍຸຕິທໍາ. 5. ໄດ້ສໍາເລັດການສ້າງດໍາ ລັດວ່າດ້ວຍກອງທຶນສົ່ງເສີມ SME ແລະ ໄດ້ສະໜອງທຶນເພື່ອ ເປັນສິນເຊື່ອໃຫ້ SME ຈໍານວນ 32 ຕື້ກີບ ຜ່ານທະນາຄານພັດ ທະນາລາວ, ພ້ອມນີ້, ກໍໄດ້ສະ ໜອງທຶນພາຍໃຕ້ໂຄງການເຂົ້າ ເຖິງແຫຼ່ງທຶນ, SME ມູນຄ່າ 111,64 ຕື້ກີບ ແລະ ໄດ້ປ່ອຍກູ້ ທໍາອິດສໍາເລັດ 100% ໃນເດືອນ ມິຖຸນາ 2019 ລວມ 164 ສັນຍາ ສໍາລັບ SME 157 ຫົວໜ່ວຍ. ຄຽງຄູ່ກັນນີ້ ກໍໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກັບ 10 ທະນາຄານ ທຸລະກິດ ເພື່ອນໍາ ເງິນກູ້ຢືມ 100 ລ້ານໂດລາທໍາອິດຈາກທະນາ ຄານພັດທະນາ ແຫ່ງຊາດຈີນ ເພື່ອປ່ອຍກູ້ໃຫ້ SME. 6. ໄດ້ແກ້ໄຂບັນຫາການຜະ ລິດ ໄຟຟ້າ ທີ່ບໍ່ມີຕະຫຼາດຮອງຮັບ ທີ່ຜ່ານມາ ໂດຍໄດ້ເຈລະຈາຊື້-ຂາຍ ແລະ ບັນລຸຂໍ້ຕົກລົງ ເພື່ອ ຂາຍໄຟຟ້າໃຫ້ປະເທດເພື່ອນບ້ານ ຄື: ຕົກລົງຂອບການຊື້-ຂາຍໄຟຟ້າ ໃຫ້ຣາຊະອານາຈັກກໍາປູເຈຍ, ເຊັນສັນຍາຂາຍໄຟຟ້າກັບຫວຽດ ນາມ ແລະ ເຈລະຈາເພີ່ມການຊື້-ຂາຍໄຟຟ້າກັບໄທ ໃຫ້ບັນລຸຕາມ ຕົກລົງ. ພ້ອມກັນນີ້ ກໍ ໄດ້ເລັ່ງຄົ້ນ ຄວ້າເພື່ອອອກນະໂຍບາຍລາ ຄາໄຟຟ້າໃໝ່ເພື່ອສົ່ງເສີມການ ຜະລິດພາຍໃນ ແລະ ຊ່ວຍອຸດໜູນ ປະຊາຊົນ ທີ່ມີລາຍຮັບຕ່ໍາ ເຊິ່ງ ໄດ້ຜ່ານການເຫັນດີໃນຫຼັກການ ຈາກລັດຖະບານແລ້ວ ແລະ ຂະ ແໜງການ ກໍາລັງປັບປຸງຕື່ມ ເພື່ອ ໃຫ້ລັດຖະບານເຊັນຮັບຮອງ ແລະ ປະກາດໃຊ້ໃນໄວໆນີ້. 7. ດໍາເນີນ ແລະ ສໍາເລັດການ ກວດ ກາໂຄງການເຊົ່າ ແລະ ສໍາປະ ທານທີ່ດິນລັດທີ່ບໍ່ມີການເຄື່ອນ ໄຫວນໍາໃຊ້ທີ່ຖືກຕ້ອງ, ຢຸດເຊົາ ກ່ອນສິ້ນສຸດສັນຍາ ແລະ ປະລະ ບໍ່ເອົາໃຈໃສ່ ຈໍານວນ 438 ໂຄງ ການ ແລະ ພົບເຫັນ 74 ໂຄງການ ບໍ່ມີຕົວຕົນ; 110 ໂຄງການ ທີ່ຖືກ ຍົກເລີກ; 170 ໂຄງການ ບໍ່ເຄື່ອນ ໄຫວ, ໝົດອາຍຸສັນຍາ ແລະ ສະ ເໜີຍົກເລີກ; 66 ໂຄງການ ທີ່ສະ ເໜີສືບຕໍ່ ແຕ່ໃຫ້ມີການກວດກາ ຄືນດ້ານນິຕິກໍາ ແລະ ພັນທະທາງ ດ້ານການເງິນ; 13 ໂຄງການ ບໍ່ ແມ່ນໂຄງການເຊົ່າ-ສໍາປະທານ ທີ່ດິນຂອງລັດ; 3 ໂຄງການ ມີຂໍ້ ຂັດແຍ່ງ; 2 ໂຄງການ ໂອນເອົາ ທີ່ດິນລັດມາເປັນທີ່ດິນ ບຸກຄົນ ແລະ 9 ໂຄງການ ທີ່ບໍ່ນອນໃນບັນ ຊີ 438 ໂຄງການເຊົ່າ-ສໍາປະ ທານທີ່ດິນຂອງລັດ ທີ່ແຂວງສະ ເໜີຍົກເລີກ, ປັດຈຸບັນ ລັດຖະບານ ຈະດໍາເນີນການຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ຕໍ່ຜົນຂອງການກວດກາດັ່ງກ່າວ. 8. ໄດ້ສືບຕໍ່ຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຄັ່ງຄັດ ແລະ ສາມາດກວດເຫັນການ ບຸກລຸກເນື້ອທີ່ ປ່າໄມ້ທັງໝົດ 6.421,73 ເຮັກຕາ, ພາຍຫຼັງລັດ ຖະບານໄດ້ອອກຄໍາສັ່ງສະບັບດັ່ງ ກ່າວ ຈົນຮອດເດືອນມິຖຸນາ 2019. ຄະນະຮັບຜິດຊອບການ ປະມູນຂາຍໄມ້ຍຶດທົ່ວປະເທດ ໄດ້ຮັບໄມ້ຍຶດລວມທັງໝົດຈໍາ ນວນ 98.023,42 ແມັດກ້ອນ ແລະ 531,44 ໂຕນ. 9. ໄດ້ສໍາເລັດ ການປັບປຸງ ແລະ ສ້າງກົດໝາຍໃໝ່ ທັງໝົດ 9 ສະບັບ ແລະ ໃນກອງປະຊຸມ ສະພາສະໄໝສາມັນ ເທືອທີ 8 ນີ້, ລັດຖະບານ ກໍຈະສະເໜີສະພາ ພິຈາລະນາເພີ່ມຕື່ມອີກ 7 ສະບັບ, ໃນ 9 ກົດຫມາຍທີ່ສະພາຮັບ ຮອງໃນກອງປະຊຸມສະພາສະ ໄໝສາມັນເທື່ອທີ 7 ນັ້ນ, ມີຫຼາຍ ນິຕິກໍາທີ່ຈະເປັນພື້ນຖານສໍາຄັນ ໃຫ້ແກ່ການກະຕຸກຊຸກຍູ້ເສດຖະ ກິດໃຫ້ຂະຫຍາຍຕົວຫຼາຍຂຶ້ນ ໃນ ປີ 2020 ເປັນຕົ້ນແມ່ນ: ກົດໝາຍ ວ່າດ້ວຍທີ່ດິນ, ປ່າໄມ້, ຄຸ້ມຄອງ ສ່ວຍ ສາອາກອນ, ອາກອນລາຍ ໄດ້ ແລະ ອາກອນຊົມໃຊ້ ເຊິ່ງໄດ້ ມີ ການປັບປຸງນະ ໂຍບາຍອາ ກອນໃຫ້ມີລັກສະນະຜ່ອນຄາຍ ແລະ ຫຼຸດການປະກອບພັນທະ ຂອງຜູ້ປະກອບການ ແລະ ບຸກຄົນ ທັງນີ້ກໍເພື່ອແກ້ໄຂຄວາມຫຍຸ້ງ ຍາກ ແລະ ສ້າງຄວາມສະດວກ ໃຫ້ແກ່ການດໍາເນີນທຸລະກິດ ຢູ່ ສປປ ລາວ, 10. ໄດ້ສຸມທຶນ ຈໍານວນ 600 ຕື້ກີບ ເພື່ອແກ້ໄຂສຸກເສີນ ແລະ ຟື້ນຟູ ໄພພິບັດ ເພື່ອຊ່ວຍເຫຼືອ ບັນເທົາທຸກ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ, ຟື້ນຟູພື້ນຖານ ໂຄງລ່າງ (ເປັນຕົ້ນແມ່ນ: ຖະໜົນ ຫົນທາງ, ຊົນລະປະທານ, ສຸກສາ ລາ), ສະໜອງແນວພັນ, ຢາປົວ ພະຍາດ ເເລະ ລົງຊຸກຍູ້ຊ່ວຍເຫຼືອ ປະຊາຊົນ ຢູ່ເຂດຖືກກະທົບຢ່າງ ທັນການ ແລະ ຜ່ອນໜັກໃຫ້ເປັນ ເບົາ. ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ຮີບ ຮ້ອນແກ້ໄຂ 1. ການຂະຫຍາຍຕົວຂອງ ເສດຖະກິດ (GDP) ໃນປີ2019 ບັນລຸພຽງ ປະມານ 6,4% (ຄາດ ໝາຍແມ່ນ 6,7%) ແລະສະເລ່ຍ ຕໍ່ຫົວຄົນບັນລຸ 2.677 ໂດລາສະ ຫະລັດ (ຄາດໜາຍແມ່ນ 2.726 ໂດລາ) ເຊິ່ງສາເຫດສໍາຄັນ ສ່ວນໜຶ່ງແມ່ນຍ້ອນເກີດໄພພິ ບັດທໍາມະຊາດ, ພະຍາດລະບາດ ແລະ ໄພແຫ້ງແລ້ງ, ແຕ່ພ້ອມກັນ ນັ້ນ, ຂະແໜງການຜະລິດທີ່ເປັນ ພື້ນຖານໃນການສ້າງຖານລາຍ ຮັບທີ່ຍືນຍົງກໍຍັງ ບໍ່ທັນຫຼາກ ຫຼາຍ ແລະ ຍັງບໍ່ປະກອບສ່ວນ ຢ່າງແຂງແຮງເຂົ້າໃນການພັດ ທະນາ ຈຶ່ງເຮັດໃຫ້ການເຕີບໂຕ ຂອງເສດຖະກິດຢູ່ໃນຈັງຫວະທີ່ຊ້າລົງກວ່າປີຜ່ານມາ. 2. ສະມັດຕະພາບຂອງການ ຜະລິດຍັງບໍ່ທັນສູງ, ຍັງມີລັກສະ ນະທໍາມະຊາດເຮັດໃຫ້ການຜະ ລິດກະສິກໍາຕິດພັນກັບອຸດສາ ຫະກໍາປຸງແຕ່ງບໍ່ທັນຂະຫຍາຍ ຕົວດີ ແລະ ບໍ່ສາມາດແຂ່ງຂັນກັບ ສິນຄ້ານໍາເຂົ້າ ແລະ ສິນຄ້າຂອງ ປະເທດເພື່ອນບ້ານ ທັງເຮັດໃຫ້ ເງິນຕາໄຫຼອອກຕ່າງປະເທດທີ່ ບໍ່ສາມາດຄຸ້ມຄອງໄດ້. 3. ການປັບປຸງລັດວິສາຫະກິດ ເປັນວຽກງານທີ່ລັດຖະບານ ໃຫ້ ຄວາມສໍາຄັນ ທັງໄດ້ກໍານົດເປົ້າ ໝາຍບໍລິສັດ ທີ່ຈະປັບປຸງຊັດ ເຈນແຕ່ໃນພາກປະຕິບັດ ຍັງມີ ຄວາມຄືບໜ້າຊ້າຍ້ອນມີບັນ ຫາ ສະສົມຊໍາເຮື້ອມາດົນແຕ່ຊອກ ຫາຊ່ອງທາງແກ້ໄຂນັ້ນຍັງບໍ່ຕໍ່ ເນື່ອງ, ຊັກຊ້າແກ່ຍາວ ແລະ ບາງບໍລິສັດ ກໍາລັງຈົມເລິກເຂົ້າສູ່ຄວາມວິກິດໄດ້. 4. ການແກ້ໄຂບັນຫາສະພາບ ແວດລ້ອມ, ຊັ້ນຂອດ ແລະ ຄວາມ ໂປ່ງໃສ ໃນການລົງທຶນ ແລະ ດໍາ ເນີນທຸລະກິດຍັງບໍ່ທັນບຸກທະ ລຸແທ້, ເຖິງແມ່ນວ່າ ທະນາຄານ ໂລກຕີລາຄາວ່າພວກເຮົາໄດ້ມີ ຄວາມພະຍາຍາມ ແລະ ໄດ້ປັບ ປຸງດີຂຶ້ນຫຼາຍດ້ານທາງດ້ານ ນິຕິກຳແຕ່ໃນພຶດຕິກໍາຍັງບໍ່ທັນ ໄປຕາມໆ ກັນ ຍັງມີຫຼາຍຕົວຊີ້ວັດ ຍັງບໍ່ສາມາດແຂ່ງຂັນໄດ້ກັບປະ ເທດອື່ນໆ ຈຶ່ງພາໃຫ້ອັນດັບ ຕົວຊີ້ ວັດຄວາມຍາກງ່າຍໃນການດໍາ ເນີນທຸລະກິດ ສໍາລັບປີ 2020 ຍັງຄົງທີ່, ແຕ່ຖ້າຫາກລົງເລິກ ເບິ່ງແຕ່ລະຕົວຊີ້ວັດແລ້ວເຫັນວ່າ 2 ຕົວຊີ້ວັດ ມີອັນດັບດີຂຶ້ນ, ແຕ່ ອີກ 6 ຕົວຊີ້ວັດ ພັດຖອຍຫຼັງ (ຂ້າພະເຈົ້າສະເໜີໃຫ້ມີການອະທິບາຍຂອງພາກສ່ວນກ່ຽວຂ້ອງ ໃນເວລາຕໍ່ໄປ). 5. ການປັບປຸງ ແລະ ສົ່ງເສີມ ການທ່ອງທ່ຽວຖືເປັນບຸລິມະ ສິດທີ່ສໍາຄັນຂອງລັດຖະບານ ທັງໃນປີຜ່ານມາ ແລະ ປີນີ້, ທັງ ເປັນຂະແໜງເສດຖະກິດທີ່ປະ ເທດເຮົາມີທ່າແຮງບົ່ມຊ້ອນຫຼາຍ, ສາມາດຊຸກຍູ້ການຜະລິດ ແລະ ບໍລິການ ເພື່ອສົ່ງອອກ ກັບທີ່ ແລະ ເປັນກໍາລັງແຮງສໍາຄັນ ໃນ ການກະຕຸ້ນເສດຖະກິດ, ແຕ່ໃນ ຕົວຈິງການທ່ອງທ່ຽວຢູ່ປະເທດ ເຮົາໃນປີນີ້ ກໍຍັງບໍ່ທັນຄຶກຄັກ ແລະ ອາດບໍ່ບັນລຸຕາມຄາດໝາຍ ຈໍານວນນັກທ່ອງທ່ຽວທີ່ວາງ ໄວ້. 6. ການເກັບລາຍຮັບຍັງບໍ່ຄົບ ຖ້ວນ ແລະ ອາດບໍ່ບັນລຸຕາມແຜນ ການຍັງເປັນບັນຫາຕ້ອງແກ້ໄຂ ຕໍ່ໄປ, ການຄຸ້ມຄອງລາຄາສິນ ຄ້າຍັງເຮັດບໍ່ທັນໄດ້ດີ, ການຜະລິດສິນຄ້າພາຍໃນຍັງບໍ່ທັນພົ້ນ ເດັ່ນ, ການລົງທຶນສ່ວນຫຼາຍແມ່ນ ເນັ້ນໃສ່ແຕ່ການກໍ່ສ້າງພື້ນຖານ ໂຄງລ່າງ, ການຄຸ້ມຄອງໂຄງ ການລົງທຶນຂອງລັດ ເຖິງເເມ່ນ ວ່າໄດ້ປະຕິບັດຕາມຂັ້ນຕອນ ແລະ ລະບຽບການ ແຕ່ຍັງບໍ່ທັນເຂັ້ມ ງວດເທົ່າທີ່ຄວນ, ການຊ່ວຍເຫຼືອ-ກູ້ຢືມຈາກຕ່າງປະເທດ ແລະ ການ ລົງທຶນຂອງພາກເອກະຊົນຍັງບໍ່ ທັນມີປະສິດທິຜົນເທົ່າທີ່ຄວນ. 7. ສະຖຽນລະພາບທາງດ້ານ ເງິນຕາຍັງບໍ່ທັນໜັກແໜ້ນເປັນ ຕົ້ນສະພາບອັດຕາແລກປ່ຽນ ມີການເໜັງຕີງແຮງ, ສ່ວນຕ່າງໆ ລະຫວ່າງອັດຕາແລກປ່ຽນຕະ ຫຼາດ ແລະ ທະນາຄານຍັງຍັບ ຫ່າງຈາກກັນຫຼາຍ ແລະ ບໍ່ທັນ ຢ່າງຂາດໂຕ ເຊິ່ງສາເຫດແມ່ນ ຍ້ອນພື້ນຖານການຜະລິດພາຍ ໃນຂອງປະເທດບໍ່ເຂັ້ມແຂງ, ນໍາ ເຂົ້າຫຼາຍກວ່າສົ່ງອອກ. 8. ລະດັບຄັງສໍາຮອງເງິນ ຕາຕ່າງປະເທດຍັງມີຈໍາກັດ ແລະ ໂຄງປະກອບຂອງຄັງສໍາຮອງເງິນຕາຕ່າງປະເທດຍັງບໍ່ທັນຫຼາກຫຼາຍ; ການຂາດດຸນຊໍາລະປົກກະຕິກັບຕ່າງປະເທດ ແລະ ຍອດໜີ້ສິນຕໍ່ຕ່າງປະເທດ ຍັງຢູ່ໃນລະດັບສູງ ໃນຂະນະທີ່ ການນໍາໃຊ້ເງິນຕາຕ່າງປະເທດ ຢູ່ໃນສັງຄົມຍັງແຜ່ຫຼາຍ ເນື່ອງ ຈາກສະພາບອັດຕາແລກປ່ຽນ ເງິນກີບອ່ອນຄ່າ ແລະ ຄວາມ ຕ້ອງການເງິນຕາເພື່ອຊໍາລະສະ ສາງທັງຢູ່ພາຍໃນ ແລະ ຕ່າງປະ ເທດຍັງສູງ; ອັດຕາສ່ວນໜີ້ບໍ່ ເກີດດອກອອກຜົນ NPL ສູງກວ່າ ແຜນການທີ່ກໍານົດ ເນື່ອງຈາກ ບັນຫາໜີ້ສິນຄຸມເຄືອທີ່ຕິດພັນ ກັບໂຄງການລົງທຶນ. 9. ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນຍັງບໍ່ທັນເຂົ້າສູ່ ລວງເລິກເທົ່າທີ່ຄວນ, ຄວາມ ແຕກໂຕນຂອງການພັດ ທະນາ ລະຫວ່າງ ຕົວເມືອງ ແລະ ຊົນ ນະບົດ ຍັງຫ່າງກັນຢູ່. 10. ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນການຫຼິ້ນກິນຟຸມເຟືອຍ, ບັນຫາຢາເສບຕິດ, ການປຸ້ນຈີ້, ຂີ້ລັກງັດແງະ, ອຸປະຕິເຫດ ແລະ ໄພສັງຄົມອື່ນໆ ເຖິງແມ່ນວ່າໄດ້ ເອົາໃຈໃສ່ແກ້ໄຂແຕ່ກໍຍັງມີລັກ ສະນະແຜ່ຫຼາຍ ແລະ ສົ່ງຜົນທາງ ລົບຕໍ່ສັງຄົມໂດຍສະເພາະແມ່ນ ໄວໝຸ່ມ. ທັງໝົດນີ້ ແມ່ນການຕີລາຄາ ໂດຍສັງເຂບກ່ຽວກັບຂໍ້ຄົງຄ້າງ ຈໍານວນໜຶ່ງ ເພື່ອຍົກໃຫ້ເຫັນບັນ ຫາທີ່ລັດຖະບານຈະຕ້ອງໄດ້ ເອົາໃຈໃສ່ແກ້ໄຂເພື່ອໃຫ້ການ ພັດທະນາເສດຖະກິດ-ສັງຄົມ ດໍາເນີນໄປຕາມແຜນການທີ່ໄດ້ ກໍານົດ. ກ. ວຽກຈຸດສຸມຕົ້ນຕໍ ໃນໄລ ຍະທ້າຍປີ 2019: ຈະຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນ ຢ່າງແຂງແຮງ ເພື່ອສືບຕໍ່ສູ້ຊົນປະຕິບັດ ບັນດາ ເປົ້າໝາຍ ແລະ ຄາດໝາຍ ທີ່ສະ ພາແຫ່ງຊາດ ໄດ້ຮັບຮອງແລ້ວ ໃຫ້ບັນລຸຕາມແຜນ ໂດຍຈະສຸມໃສ່ວຽກງານຕົ້ນຕໍຈໍານວນໜຶ່ງ ເປັນຕົ້ນແມ່ນ: ສູ້ຊົນເກັບລາຍຮັບງົບປະ ມານ, ເລັ່ງຈັດຕັ້ງປະຕິບັດໂຄງ ການລົງທຶນຂອງລັດ, ລະດົມ ແຫຼ່ງດຸ່ນດ່ຽງງົບປະມານ, ຄຸ້ມ ຄອງອັດຕາແລກປ່ຽນ, ຄົ້ນຄວ້າ ວິທີການເພີ່ມຄັງສໍາຮອງ, ຄຸ້ມ ຄອງລາຄາສິນຄ້າ, ຄຸ້ມຄອງ ການນໍາເຂົ້າສິນຄ້າທີ່ຜະລິດໄດ້ ພາຍໃນ, ສົ່ງເສີມການຜະລິດ ແລະ ຊົມໃຊ້ພາຍໃນ,ຊຸກຍູ້ການ ສະໜອງສິນເຊື່ອ ໃຫ້ພາກທຸລະ ກິດ, ສົ່ງເສີມ SME ແລະ ການ ນໍາໃຊ້ກອງທຶນ SME ໃຫ້ມີປະ ສິດທິຜົນ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການພັດທະນາ ແລະ ໂຄງການລົງທຶນຂະຫນາດໃຫຍ່ ຂອງພາກທຸລະກິດໃຫ້ຈັດຕັ້ງປະ ຕິບັດຕາມແຜນການຊຸກຍູ້ໂຄງ ການໃໝ່, ປັບປຸງຕື່ມກົນໄກ ຜ່ານ ປະຕູດຽວ, ສົ່ງເສີມການທ່ອງ ທ່ຽວໃຫ້ແຂງແຮງ, ສົ່ງເສີມ ການພັດທະນາສີມືແຮງງານ ແລະ ສະຫວັດດີການສັງຄົມ, ຟື້ນຟູຜົນກະທົບຈາກໄພພິບັດ, ສົ່ງເສີມການພັດທະນາຊົນນະ ບົດ, ຊຸກຍູ້ການພັດທະນາ ໃນຂົງ ເຂດສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ ແລະ ວັດທະນະ ທໍາ. ຂ. ທິດທາງວຽກຈຸດສຸມຕົ້ນຕໍ ໃນປີ 2020: ເພື່ອສືບຕໍ່ປະຕິບັດໜ້າທີ່ ຂອງລັດຖະບານຕາມທິດທີ່ ກ່າວມານັ້ນ, ລັດຖະບານ ຈະສຸມ ທິດທາງໜ້າທີ່ຕົ້ນຕໍດັ່ງຕໍ່ໄປນີ້: 1. ສຸມທຸກກໍາລັງແຮງສ້າງໃຫ້ ມີສະຖຽນລະພາບທາງດ້ານການ ເມືອງ, ຮັບປະກັນໄດ້ວຽກງານ ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ເຮັດໃຫ້ສັງຄົມມີຄວາມ ສະຫງົບ-ປອດໄພ ເພື່ອສ້າງເງື່ອນ ໄຂ ແລະ ສະພາບທີ່ເອື້ອອໍາ ນວຍໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ. 2. ເອົາໃຈໃສ່ຄຸ້ມຄອງ ສະຖຽນ ລະພາບທາງດ້ານການເງິນ ແລະ ເງິນຕາ ໃຫ້ໝັ້ນທ່ຽງໂດຍ ເອົາໃຈໃສ່ວຽກງານລະດົມແຫຼ່ງ ທຶນທັງພາຍໃນ ແລະ ຕ່າງປະ ເທດ ເພື່ອເພີ່ມສະພາບຄ່ອງ ທາງ ດ້ານການເງິນເຂົ້າສູ່ລະບົບເສດ ຖະກິດແຫ່ງຊາດ ລັດຖະບານຈະ ຮັບຟັງ ແລະ ສຶກສາຄໍາເຫັນຂອງ ຊ່ຽວຊານ ຜູ້ມີປະສົບການທັງຢູ່ ພາຍໃນ ແລະ ຕ່າງປະເທດເພື່ອ ນໍາມາ ພິຈາລະນາ, ສັງລວມ,ໝູນ ໃຊ້ຢ່າງປະດິດສ້າງ. 3. ເພີ່ມທະວີ ແລະ ແກ້ໄຂທຸກ ອຸປະສັກຕໍ່ການສົ່ງເສີມການ ຜະລິດ ແລະ ການບໍລິການ ເປັນ ຕົ້ນການຜະລິດກະສິກໍາເປັນສິນ ຄ້າເພື່ອສະໜອງສະບຽງອາ ຫານທີ່ພຽງພໍ, ຫຼຸດຜ່ອນການນໍາ ເຂົ້າ ແລະ ມີສ່ວນເຫຼືອເພື່ອສົ່ງ ອອກໃຫ້ຫຼາຍຂຶ້ນ. 4. ເອົາໃຈໃສ່ສົ່ງເສີມການ ຜະລິດອຸດສາຫະກໍາປຸງແຕ່ງ ແລະ ອຸດສາຫະກໍາ ທີ່ພວກເຮົາ ມີທ່າແຮງເພື່ອສົ່ງອອກ ແນໃສ່ ສ້າງລາຍຮັບເປັນເງິນຕາຕ່າງ ປະເທດເພີ່ມຂຶ້ນ ເປັນຕົ້ນ: ອຸດສາ ຫະກໍາປຸງແຕ່ງຜະລິດຕະພັນກະ ສິກໍາ, ກະແສໄຟຟ້າ, ແຮ່ທາດ, ເຂດເສດຖະກິດພິເສດ, ຫັດຖະ ກໍາອື່ນໆທີ່ເປັນມູນເຊື້ອ: (ຝ້າຍ, ໄໝ, ຈັກສານ, ຄວັດແກະສະລັກ) ແລະ ອື່ນໆ ທີ່ມີມູນເຊື້ອ ແລະ ກໍາລັງຂະຫຍາຍຕົວຢູ່ແລ້ວນັ້ນ ໃຫ້ມີຕະຫຼາດທີ່ກວ້າງຂວາງ. 5. ພັດທະນາໂຄງລ່າງເພື່ອ ເຊື່ອມໂຍງ, ເຊື່ອມຈອດກັບປະ ເທດອ້ອມຂ້າງໂດຍສະເພາະແມ່ນ ໂຄງການລົງທຶນລະດັບຊາດ ເຊັ່ນ: ທາງລົດໄຟລາວ-ຈີນ, ທາງ ດ່ວນ, ທາງຫຼວງແຫ່ງຊາດ, ສະ ໜາມບິນ, ທ່າເຮືອ, ລະບົບໂລ ຈິດສ໌ຕິກ ຕິດຈອດກັບທາງຫຼວງ ທ້ອງຖິ່ນຕ່າງໆສ້າງນິຄົມອຸດ ສາຫະກໍາເມືອງຜະລິດອາຫານ, ເມືອງອັດສະລິຍະ. 6. ພັດທະນາແຫຼ່ງທ່ອງທ່ຽວ, ລະບົບບໍລິການຂົນສົ່ງ ແລະ ໂຄງ ລ່າງທີ່ຈໍາເປັນອື່ນໆຕິດພັນກັບ ການຜະລິດກະສິກໍາສະອາດ ໂດຍເນັ້ນໃສ່ແລວທາງລົດໄຟ ລາວ-ຈີນ ແລະ ຈຸດອື່ນໆ. 7. ເນັ້ນຫນັກການພັດທະນາ ຄົນ, ປັບປຸງລະບົບການສຶກສາ ເຂົ້າສູ່ຍຸກໃຫມ່, ປັບປຸງຂະຫຍາຍ ຕາໜ່າງສາທາລະນະສຸກ, ຍົກ ສູງຄຸນນະພາບການສຶກສາດ້ວຍ ການເຝິກອົບຮົມສີມືແຮງງານ, ສົ່ງເສີມການຄົ້ນຄວ້າເພື່ອພັດ ທະນາ, ພັດທະນາດ້ານຊັບສິນມະ ນຸດເພື່ອບັນລຸຄາດໝາຍ SDGs. 8. ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມທ່າ ແຮງຂອງທ້ອງຖິ່ນຕິດພັນກັບ ການສ້າງເປັນບ້ານໃຫຍ່ກ້າວ ສູ່ຕົວ ເມືອງນ້ອຍໃນຊົນນະບົດ ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາລະຫວ່າງ ຊົນນະບົດ ແລະ ຕົວເມືອງ. 9. ປັບປຸງການບໍລິຫານລັດ ໃຫ້ມີປະສິດທິພາບ, ເຂັ້ມງວດ ການປະຕິບັດກົດໝາຍ. ຄ. ບາງມາດຕະການ ທີ່ຈະ ຕ້ອງໄດ້ເອົາໃຈໃສ່ ກອງປະຊຸມໃຫຍ່ຄັ້ງທີ X ຂອງ ພັກ ໃນປີ 2016 ໄດ້ຕີລາຄາ ຢ່າງເລິກເຊິ່ງ ແລະ ສັດຈະວິພາກ ກ່ຽວກັບຂໍ້ຄົງຄ້າງໃນການພັດ ທະນາໃນໄລຍະທີ່ຜ່ານມາ, ເນື້ອ ໃນຂອງບົດລາຍງານການເມືອງ ໃນປີ 2016 (ໜ້າ 26) ໄດ້ຕີລາ ຄາວ່າ: ເສດຖະກິດ ຂອງປະເທດເຮົາ ເຖິງຈະມີການເຕີບໂຕ, ແຕ່ພື້ນ ຖານຍັງບໍ່ທັນໜັກແໜ້ນ, ເສດຖະ ກິດມະຫາພາກຍັງບໍ່ທັນດຸ່ນດຽງ, ຍັງອາໄສການຂຸດຄົ້ນຊັບພະຍາ ກອນທໍາມະຊາດ ແລະ ການສົ່ງ ອອກວັດຖຸດິບເປັນຕົ້ນຕໍ, ຍັງບໍ່ ໄປຕາມທິດທີ່ຍືນຍົງ ແລະ ບໍ່ ເປັນມິດກັບສິ່ງແວດລ້ອມ”. “ ໂຄງປະກອບການລົງທຶນ ຂອງລັດຍັງໜັກແຕ່ການສ້າງ ພື້ນຖານໂຄງລ່າງທີ່ນໍາໃຊ້ທຶນ ຮອນມະຫາສານ,ສ່ວນການລົງ ທຶນເຂົ້າໃສ່ການຄົ້ນຄ້ວາສົ່ງເສີມ ການຜະລິດ ແລະ ຂົງເຂດທີ່ຈະ ນໍາລາຍໄດ້ໄວໂດຍກົງຍັງມີ ໜ້ອຍ”. “ການລົງທຶນໃສ່ການພັດທະ ນາຊັບພະຍາກອນມະນຸດ ຍັງຈໍາ ກັດ; ການຄຸ້ມຄອງການລົງ ທຶນຂອງລັດຍັງບໍ່ທັນເຂັ້ມງວດ, ຍິ່ງໄປກ່ວານັ້ນຍັງມີລັກສະນະກະ ແຈກກະຈາຍ, ຂາດຈຸດສຸມ, ບໍ່ມີ ປະສິດທິຜົນ”. “ການນໍາໃຊ້ງົບປະມານຂອງ ລັດມີການຟຸມເຟືອຍ ແລະ ຮົ່ວໄຫຼ ຫຼາຍ, ການປະຕິບັດວິໄນແຜນ ການ ແລະ ວິໄນການເງິນ ຍັງບໍ່ ທັນເຂັ້ມງວດເທົ່າທີ່ຄວນພາໃຫ້ ເກີດມີຫນີ້ສິນຄຸມເຄືອແກ່ຍາວ, ແກ້ໄຂໄດ້ຍາກ ແລະ ຂາດຄວາມ ໂປ່ງໃສ”.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ