ປະກາດການແຕ່ງຕັ້ງ ຫົວໜ້າ-ຮອງຫົວໜ້າ ພະແນກກວດກາ ກອງບັນຊາການທະຫານແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2026-10-01 11:10:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 393 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງ ຫົວໜ້າ-ຮອງຫົວໜ້າ ພະແນກກວດກາ ກອງບັນຊາການທະຫານແຂວງຫຼວງນ້ຳທາ ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ກຳມະການຄະນະພັກກະຊວງ, ຮອງປະທານຄະນະກວດກາພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນຕີ ວົງວິເສດ ໄກຍະລາດ ຫົວໜ້າພະແນກແຜນການ-ສັງລວມ ກົມກວດກາ ກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ-ຮອງຫົວໜ້າ ພະແນກກວດກາ ທີ່ຂື້ນກັບກອງບັນຊາການທະຫານແຂວງຫຼວງນ້ຳທາ ໃນນີ້, ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ສົມເດືອນ ພັດນະລັດ ເປັນຫົວໜ້າພະແນກກວດກາ ແລະ ສະຫາຍ ພັນຕີ ເພັງພາວັນ ສຸກສຸລິຮັກ ເປັນຮອງຫົວໜ້າພະແນກກວດກາ ກອງບັນຊາການທະຫານແຂວງຫຼວງນ້ຳທາ.
ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ສືບຕໍ່ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເຝິກຝົນຫຼໍ່ຫຼອມຕົນເອງ, ເປັນແບບຢ່າງທີ່ດີໃນທຸກດ້ານ, ເສີມຂະຫຍາຍບົດບາດການນໍາພາ, ປັບປຸງແບບແຜນວິທີເຮັດວຽກຢ່າງມີຫຼັກການ, ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນແໜ້ນໜາ, ສຸມເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ສືບຕໍ່ເຮັດວຽກງານສຶກສາອົບຮົບການເມືອງ-ນຳພາແນວຄິດ ໃຫ້ທົ່ວເຖິງທຸກເປົ້າໝາຍ.
ໂດຍ: ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















