ກອງປະຊຸມແລກປ່ຽນສະພາບ ລະຫວ່າງ ກອງພົນທີ 2 ກັບ ກອງພົນ 316
ເວລາອອກຂ່າວ: 2026-10-01 11:55:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 472 | ຄວາມນິຍົມ: ![]()
ກອງປະຊຸມແລກປ່ຽນສະພາບ ລະຫວ່າງ ກອງພົນທີ 2 ກອງທັບປະຊາຊົນລາວ ກັບ ກອງພົນ 316 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ 2026 ນີ້, ໂດຍມີ ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ 2 ແລະ ສະຫາຍ ພັນເອກ ບຸ່ຍເທ້ຢຸງ ຫົວໜ້າການທະຫານ ກອງພົນ 316 ພ້ອມດ້ວຍຄະນະ ທັງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນການການຮ່ວມມືສອງຝ່າຍໃນຊຸມປີຜ່ານມາ, ໂດຍຍົກໃຫ້ເຫັນຈຸດພິເສດສະພາບການ ຂອງໂລກ, ພາກພື້ນ, ສະພາບພົ້ນເດັ່ນຢູ່ພາຍໃນປະເທດ ແລະ ກົມກອງຂອງຕົນ ເປັນຕົ້ນແມ່ນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ, ພ້ອມທັງເອກະພາບທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ສາມັກຄີພິເສດ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຕາມແນວທາງຂອງພັກ ເວົ້າລວມ, ເວົ້າສະເພາະແມ່ນ ກອງພົນທີ 2 ກັບ ກອງພົນ 316 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ໄດ້ຮັບຜົນດີ, ສືບຕໍ່ແລກປ່ຽນຄະນະຜູ້ແທນ ລະຫວ່າງ ສອງກົມກອງຕາມແຜນການ, ສົ່ງສານອວຍພອນວັນບຸນ, ວັນຊາດ, ວັນສ້າງຕັ້ງກອງທັບ ແລະ ວັນສໍາຄັນຕ່າງໆ ຂອງກົມກອງ, ເພີ່ມທະວີເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ ສະພາບການຕ່າງໆ ທີ່ກ່ຽວຂ້ອງ ເຖິງຄວາມບໍ່ສະຫງົບດ້ານການເມືອງ, ເຜີຍແຜ່ ແລະ ສຶກສາອົບຮົມໃຫ້ ພະນັກງານ-ນັກຮົບ ແລະ ປະຊາຊົນ ຍົກສູງນໍ້າໃຈຮັບຜິດຊອບ, ມີສະຕິລະວັງຕົວ ກຽມພ້ອມທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິ ຂອງບັນດາອິທິກໍາລັງປໍລະປັກ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຢູ່ຂອບເຂດກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບ.
ທັງນີ້, ເພື່ອປະຕິບັດຕາມແຜນການຮ່ວມມື ບົດບັນທຶກຊ່ວຍຈໍາໃນກອງປະຊຸມສາມັນ ປະຈໍາປີ 2024 ທີ່ຜ່ານມາ ຢູ່ທີ່ກອງພົນ 316 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ສັງລວມແລ້ວ ໃນຊຸມປີຜ່ານມາ ການຮ່ວມມືລະຫວ່າງ ກອງພົນທີ 2 ກັບ ກອງພົນ 316 ທະຫານເຂດ 2 ກອງທັບປະຊົນຫວຽດນາມ ໄດ້ບັນລຸໝາກຜົນທີ່ພາກພູມໃຈ ການຈັດຕັ້ງປະຕິບັດບັນດາໜ້າວຽກມີຄວາມກົມກຽວ, ມີການປະສານສົມທົບຢ່າງແໜ້ນແຟ້ນ ບົນຈິດໃຈຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງກອງທັບລາວ-ຫວຽດນາມ ເຊິ່ງເປັນຟື້ນຖານອັນໜັກແໜ້ນໃນການສືບຕໍ່ເສີມຂະຫຍາຍການຮ່ວມມືກັນໃນຕໍ່ໜ້າ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















