ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 15 ຕຸລາ 2026

  

ຂະແໜງຊາວໜຸ່ມ (ສູນ 523) ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ 6 ເດືອນທ້າຍປີ 2026
ເວລາອອກຂ່າວ: 2026-10-02 09:41:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ:



ວັນທີ 1 ຕຸລາ 2026 ນີ້, ຂະແໜງຊາວໜຸ່ມ ສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບ (ສູນ 523) ໄດ້ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ 6 ເດືອນທ້າຍປີ 2026 ຢູ່ທີ່ເດີ່ນກິລາ ສູນ 523 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປາດຖະໜາ ບຸດທິຈັກ ຫົວໜ້າການເມືອງ ສູນ 523, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ. ສະຫາຍ ພັນໂທ ທຳມະສິນ ພົງສະຫັວດ ຫົວໜ້າຂະແໜງຊາວໜຸ່ມ ສູນ 523 ໄດ້ຜ່ານແຜນການເຄື່ອນໄຫວສ້າງຂະບວນການແຂ່ງຂັນວຽກງານຮອບດ້ານ 6 ເດືອນທ້າຍປີ 2026 ໃນນັ້ນ, ຈະໄດ້ສຸມໃສ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ການປະຕິບັດ 7 ລະບອບ 18 ວຽກ, ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ວຽກງານອົບຮົມ-ຫັດແອບວິຊາສະເພາະ, ວຽກງານພະລາທິການ-ເຕັກນິກ, ຂະບວນການອອກແຮງງານເພີ່ມພູນຜະລິດຜົນ ໄປຄຽງຄູ່ກັບວຽກງານຂະບວນການກິລາ, ສິລະປະ-ວັນນະຄະດີ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ. ການເປີດຂະບວນການໃນຄັ້ງນີ້ ແນໃສ່ສ້າງຜົນງານເພື່ອຂ່ຳນັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງກອງທັບ ເປັນຕົ້ນ ວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 78 ປີ, ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 72 ປີ ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ, ກົມກອງມີຄວາມສະຫງົບປອດໄພ, ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ນັກຂ່າວ ສູນ 523



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ