ແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຂໍ່ານັບຮັບຕ້ອນ ວັນຄູແຫ່ງຊາດ ຄົບຮອບ 32 ປີ
ເວລາອອກຂ່າວ: 2026-10-02 10:25:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 694 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2026, ທີ່ເດີນກິລາກົມໃຫຍ່ພະລາທິການກອງທັບ ໄດ້ມີຂະບວນການແຂ່ງຂັນລາບານເຕະມິດຕະພາບ ລະຫວ່າງ ທີມນັກກິລາປະສົມ ກົມໃຫຍ່ພະລາທິການກອງທັບ ແລະ ທີມນັກກິລານັກສຶກສາ ທິດສະດີການເມືອງ-ການປົກຄອງແຫ່ງຊາດ ຂັ້ນສູງ ຮຸ່ນທີ XIII, ໂດຍມີ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ພ້ອມດ້ວຍຄະນະນັກສຶກສາທິດສະດີການເມືອງ-ການປົກຄອງແຫ່ງຊາດ ຂັ້ນສູງ ຮຸ່ນທີ XIII ແລະ ນັກກິລາ ທັງສອງທີມ ເຂົ້າຮ່ວມ.
ການສ້າງຂະບວນການແຂ່ງຂັນກິລາ ໃນຄັ້ງນີິ້ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026) ໃຫ້ເຕັມໄປດ້ວຍຄວາມໝາຍສໍາຄັນອັນເລິກເຊິ່ງ ແລະ ມີບັນຍາກາດເບີກບານມ່ວນຊື່ນ, ທັງເປັນການຫັດແໜ້ນຄວາມສາມັກຄີ, ມີໄມຕີຈິດ, ມິດຕະພາບທີ່ດີ ລະຫວ່າງ ນັກກິລາທັງສອງທີມ.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















