ຄະນະສະເພາະກິດ ກົມໃຫຍ່ພະລາທິການກອງທັບ ເຄື່ຶອນໄຫວເກັບກໍາຂໍ້ມູນດ້ານຈໍານວນພົນ ຢູ່ກົມການເງິນ
ເວລາອອກຂ່າວ: 2026-10-02 10:40:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 723 | ຄວາມນິຍົມ: ![]()
ວັນທີ 1 ຕຸລາ 2026 ນີ້, ສະຫາຍ ພັນເອກ ພຸດສະດີ ສຸລິນຍະເດດ ຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະຮັບຜິດຊອບກວດກາຈໍານວນພົນ ກົມໃຫຍ່ພະລາທິການກອງທັບ ໄດ້ເຄື່ອນໄຫວຕິດຕາມ, ກວດກາ, ເກັບກໍາຂໍ້ມູນ ການຄຸ້ມຄອງດ້ານຈໍານວນພົນ ຂອງນາຍ ແລະ ພົນທະຫານ ຢູ່ກົມການເງິນ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອີງຕາມຄໍາສັ່ງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 1 ສະໄໝທີ V ຂົງເຂດວຽກງານຄຸ້ມຄອງການຈັດຕັ້ງປະກອບຈຳນວນພົນກອງທັບ, ອີງຕາມຄໍາສັ່ງແນະນໍາ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍໃຫ້ຈັດຕັ້ງກວດກາການຄຸ້ມຄອງກຳລັງພົນ ອົງການ ແລະ ກົມກອງຂຶ້ນກັບຂັ້ນຂອງຕົນ, ອີງຕາມທິດຊີ້ນໍາ ຂອງຄະນະພັກອົງການ ກົມໃຫຍ່ພະລາທິການກອງທັບ ເພື່ອຮັບປະກັນວຽກງານການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍໃຫ້ຈັດຕັ້ງກວດກາການຄຸ້ມຄອງກຳລັງພົນອົງການ ແລະ ກົມກອງທີ່ຂຶ້ນກັບຂັ້ນຂອງຕົນ ໃຫ້ຖືກຕ້ອງຕາມຫຼັກການ. ຈຸດປະສົງຄາດໝາຍ ເພື່ອສືບຕໍ່ປະຕິບັດຕາມທິດຊີ້ນໍາ ຂອງກະຊວງປ້ອງກັນປະເທດ ໃນການກວດກາສະກັດກັ້ນ ແລະ ແກ້ໄຂບັນຫາການໂຕນປະລະໜ້າທີ່ຈາກກົມກອງ, ການຮັກສາບັນຊີລາຍຊື່ຄົນບໍ່ມີໜ້າ, ເພື່ອຮັກສາກໍາລັງຕົ້ນຕໍໃນການປະຕິບັດໜ້າທີ່ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບປົກປັກຮັກສາຄວາມເປັນເອກະລາດ ຂອງຊາດ ແລະ ກຽມພ້ອມຊ່ວຍເຫຼືອເວລາເກີດໄພພິບັດສຸກເສີນໃນທົ່ວປະເທດ ເພື່ອເພີ່ມທະວີການຄຸ້ມຄອງກຳລັງພົນ, ຮັບປະກັນໃນການອົບຮົມວຽກງານການເມືອງ, ການທະຫານ, ພະລາທິການ-ເຕັກນິກ ໃຫ້ພະນັກງານ-ນັກຮົບ ມີຄວາມຊໍານິຊໍານານໃນການນໍາໃຊ້ອາວຸດຍຸດໂທປະກອນໃນກອງທັບ.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















