ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກົມປ້ອງກັນອາກາດ ແຂ່ງຂັນກິລາບານເຕະມິດຕະພາບ ກັບ ຫ້ອງການ ກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2026-10-02 11:02:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 727 | ຄວາມນິຍົມ:



ວັນທີ 1 ຕຸລາ 2026 ນີ້, ກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ ໄດ້ສ້າງກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບ ກັບ ຫ້ອງການ ກົມໃຫຍ່ເຕັກນິກກອງທັບ, ນຳໂດຍ ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຈັດຕະວາ ວິໄລຄໍາ ຫຼວງຊົມພູ ຫົວໜ້າຫ້ອງການ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍນັກກິລາ ທັງສອງພາກສ່ວນ ເຂົ້າຮ່ວມ. ຈຸດປະສົງການແຂ່ງຂັນກິລາໃນຄັ້ງນີ້, ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບປ້ອງກັນອາກາດ ຄົບຮອບ 65 ປີ (12 ທັນວາ 1961-12 ທັນວາ 2026) ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນ ທັງເປັນການຮັດແໜ້ນຄວາມສາມັກຄີ, ໄມຕີຈິດມິດຕະພາບ ລະຫວ່າງ ກົມປ້ອງກັນອາກາດ ແລະ ຫ້ອງການ ກົມໃຫຍ່ເຕັກນິກກອງທັບ ໃຫ້ແໜ້ນແຟ້ນຂຶ້ນກ່ວາເກົ່າ ເຊິ່ງການແຂ່ງຂັນດັ່ງກ່າວ ໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ. ໂດຍ: ນາງ ສະຫວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ