ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປີ່ນປົວຄົນເຈັບ ໂຮງໝໍກອງພົນທີ 2
ເວລາອອກຂ່າວ: 2026-10-02 14:42:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 685 | ຄວາມນິຍົມ:



ພິທີ ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປີ່ນປົວຄົນເຈັບ ຂອງໂຮງໝໍກອງພົນທີ 2 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະອໍານວຍການ ແລະ ພະນັກງານ-ແພດໝໍ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳພັດ ປະພັດສິນ ຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 2 ໄດ້ຜ່ານບົດສະຫຼຸບໂຄງການກໍ່ສ້າງເຮືອນນອນບໍລິການປິ່ນປົວຄົນ ເຊິ່ງໄດ້ເລີມລົງມືກໍ່ສ້າງ ແຕ່ວັນທີ 25 ທັນວາ 2025 -25 ກັນຍາ 2026 ເປັນເວລາ 9 ເດືອນ ເຊິ່ງເປັນອາຄານຊັ້ນດຽວ ຂະໜາດ 10,5 ແມັດ X 44 ແມັດ, ມີ 11 ຫ້ອງ ລວມມູນຄ່າການກໍ່ສ້າງທັງໝົດ 1.910.673.000 ກີບ ໃນນັ້ນ, ໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ ຈໍານວນ 1.000.000.000 ກີບ, ແຂວງໄຊຍະບູລີ ຈໍານວນ 200.000.000 ກີບ ແລະ ທຶນຂອງກອງພົນທີ 2 ຈໍານວນ 710.673.000 ກີບ. ພ້ອມນີ້, ຍັງມີຫຼາຍພາກສ່ວນທີ່ໄດ້ນໍາເອົາວັດຖຸ ແລະ ອຸປະກອນການແພດ ມາມອບໃຫ້ ໂຮງໝໍກອງພົນທີ 2 ຕື່ມອີກ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຮຽກຮ້ອງໃຫ້ຄະນະພັກ-ຄະນະອໍານວຍການໂຮງໝໍກອງພົນທີ 2 ຈົ່ງເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ຈົ່ງຊ່ວຍກັນປົກປັກຮັກສາອາຄານ, ລະບົບໄຟຟ້າ, ນໍ້າປະປາ ຕະຫຼອດຮອດ ອຸປະກອນຕ່າງໆ ທີ່ໄດ້ປະກອບຢູ່ໃນອາຄານ ໃຫ້ສາມາດນໍາໃຊ້ໄດ້ຍາວນານ ພ້ອມທັງ, ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບຫຼັງໃໝ່ ຂອງໂຮງໝໍກອງພົນທີ 2 ຢ່າງເປັນທາງການ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ