ກອງພັນໃຫຍ່ 279 ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ເວລາອອກຂ່າວ: 2026-10-02 15:25:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 710 | ຄວາມນິຍົມ: ![]()
ວັນທີ 29 ກັນຍາ 2026 ນີ້, ກອງພັນໃຫຍ່ 279 ໄດ້ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ແລະ ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945-2 ກັນຍາ 2026) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີິ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຄວາມໝາຍ ຄວາມສໍາຄັນ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ເປັນອົງການຈັດຕັ້ງທາງການເມືອງຂອງພັກ ເຊິ່ງນອນຢູ່ໃນລະບົບການເມືອງ ແຫ່ງລະບອບໃໝ່ ຂອງ ສປປ ລາວ ໄດ້ຮັບການສ້າງຂຶ້ນຕາມພາລະບົດບາດ ແລະ ຄວາມຮຽກຮ້ອງຕ້ອງການ ຂອງສັງຄົມໃນໄລຍະໃໝ່ ເພື່ອຄຸ້ມຄອງ, ດູແລເບິ່ງແຍງ, ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ-ນັກຮົບເກົ່າທີ່ອອກພັກຜ່ອນ, ຮັບບໍາເນັດ ແລະ ເປັນພົນລະເມືອງດີ, ສ້າງເສດຖະກິດຄອບຄົວ ຕາມລະບຽບກົດໝາຍຂອງລັດວາງອອກ. ການກຳນົດເອົາວັນທີ 9 ກັນຍາ 2002 ເປັນວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແມ່ນປະຕິບັດຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນັກຮົບເກົ່າແມ່ນຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດຢ່າງລົ້ນເຫຼືອ, ເປັນຜູ້ທີ່ໄດ້ເສຍສະຫຼະເລືອດເນື້ອເຫື່ອໄຄ ເພື່ອແລກເອົາຄວາມເປັນເອກກະລາດ ແລະ ນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າ ຄືດັ່ງທຸກວັນນີ້. ຈາກນັ້ນ, ໄດ້ເລົ່າຄືນມູນເຊື້ອວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ຕື່ມອີກ.
ທັງນີ້ ເພື່ອເຮັດໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈ ຮໍ່າຮຽນເອົາມູນເຊື້ອປະຫວັດຄວາມເປັນມາ, ຄວາມໝາຍຄວາມສໍາຄັນວັນປະຫວັດສາດດັ່ງກ່າວ, ພ້ອມທັງ ເສີມຂະຫຍາຍສ້າງສາຍພົວພັນ, ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫຽວດນາມ ໃຫ້ເພີ່ມພູນຄູນສ້າງຍິ່ງຂຶ້ນ.
ໂດຍ: ນາງ ກິ່ງແກ້ວ ສີສະກຸນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















