ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຄອບຄົວການນຳ ທະຫານເຂດ 7 ສສ ຫວຽດນາມ
ເວລາອອກຂ່າວ: 2026-10-02 15:36:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 801 | ຄວາມນິຍົມ:



ໃນວັນທີ 2 ຕຸລາ 2026 ນີ້, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຄອບຄົວການນຳ ກອງບັນຊາການທະຫານເຂດ 7 ສສ ຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ດັ້ງ ວັນ ເລິມ ຮອງຜູ້ບັນຊາການກອງບັນຊາການທະຫານເຂດ 7 ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ພັກຜ່ອນ ຢູ່ ສປປ ລາວ ໃນລະຫວ່າງວັນທີ 1-10 ຕຸລາ 2026 ນີ້. ການເດີນທາງມາຢ້ຽມຢາມ ແລະ ພັກຜ່ອນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ມິດຕະພາບອັນດີງາມ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໂດຍ: ໄພລິນ ບຸນຍັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ