ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງບັນຊາການທະຫານແຂວງຫຼວງພະບາງ ຈັດຕັ້ງເຄົາລົບທຸງຊາດ ປະຈຳໄຕມາດ lll ປີ 2026
ເວລາອອກຂ່າວ: 2026-10-05 14:20:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ:



ວັນທີ 5 ຕຸລາ 2026 ນີ້, ກອງບັນຊາການທະຫານແຂວງ ຫຼວງພະບາງ ໄດ້ຈັດຕັ້ງພິທີ ເຄົາລົບທຸງຊາດ ປະຈຳໄຕມາດ lll ປີ 2026 ໂດຍມີ ສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ຫົວໜ້າການທະຫານ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ອົງການ 5 ຫ້ອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ໄດ້ຜ່ານບົດສະຫຼຸບຫຍໍ້ ໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ ປະຈໍາໄຕມາດ lll ແລະ ທິດທາງແຜນການ ປະຈໍາໄຕມາດ lV ປີ 2026 ໂດຍຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ມີຜົນສໍາເລັດອັນພົ້ນເດັ່ນ ບົນພື້ນຖານແມ່ນໜ້າທີ່ການເມືອງປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ພ້ອມທັງ, ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາໃນແຕ່ລະຂັ້ນ ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ປະຕິບັດຕາມຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ກໍຄືລະບຽບວິໄນ ຂອງກົມກອງວາງອອກໃຫ້ເຂັ້ມງວດ, ມີຄວາມຫ້າວຫັນປະກອບສ່ວນຂະບວນການຕ່າງໆ ຂອງກົມກອງໃຫ້ຟົດຟື້ນແຂງແຮງ ແນໃສ່ເຮັດໃຫ້ກົມກອງ ມີຄວາມເຂັ້ມແຂງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ຈາກນັ້ນ, ໄດ້ຮັບຊົມການເດີນຂະບວນສວນສະໜາມ ເພື່ອຄວາມເປັນເອກະພາບ, ຄວາມເປັນລະບຽບຮຽບຮ້ອຍ, ເຂັ້ມແຂງ, ຈົບງາມ ແລະ ມີບັນຍາກາດທີ່ຄຶກຄື້ນ. ໂດຍ: ລີໂດ ດວງສະຫວັນ ພາບໂດຍ: ບຸນເພັງ ວົງແກ້ວມະນີ + ທອງລິດ ແກ້ວທຸມມາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ