ກອງພັນໃຫຍ່ 301 ກອງພົນທີ 3 ສ້າງຂະບວນການປັບປຸງກໍ່ສ້າງກົມກອງ
ເວລາອອກຂ່າວ: 2026-10-05 14:22:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 247 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2026 ນີ້, ກອງພັນໃຫຍ່ 301 ກອງພົນທີ 3 ໄດ້ສ້າງຂະບວນການປັບປຸງກໍ່ສ້າງກົມກອງ ໂດຍການນໍາພາ ຂອງສະຫາຍ ພັນເອກ ຄໍາຫຼ້າ ພັນທະຈັກ ຫົວໜ້າການເມືອງ ກອງພັນໃຫຍ່ 301, ມີຄະນະພັກ-ຄະນະບັນຊາ ພະແນກການ ແລະ ກົມກອງ ເຂົ້າຮ່ວມ.
ການສ້າງຂະບວນການປັບປຸງກໍ່ສ້າງກົມກອງ ໄດ້ຂຸດແລວນໍ້າ (ຫ້ວຍນໍ້າແນວ) ເພື່ອປັບປຸງໃຫ້ນໍ້າໄຫຼໄປຕາມແລວປົກກະຕິ, ປັບປຸງເດີນສູນເຝິກ ແລະ ອະນາໄມຄ້າຍຄູໃນຂອບເຂດກົມກອງຮັບຜິດຂອງຕົນຢ່າງເປັນຂະບວນການຟົດຟື້ນ. ທັງນີ້, ເພື່ອເປັນການປະຕິບັດວຽກງານປັບປຸງກໍ່ສ້າງກົມກອງ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຂໍ່ານັບຮັບວັນສ້າງຕັ້ງກອງພົນທີ 3 ຄົບຮອບ 45 ປີ ແລະ ວັນສ້າງຕັ້ງກອງພັນໃຫຍ່ 301 ຄົບຮອບ 23 ປີ ທີ່ຈະມາຮອດມາເຖິງນີີ້.
ໂດຍ: ຈອມແສງ ແສງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















