ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກຸ່ມບໍລິສັດ SLK ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ມອບອຸປະກອນຮັບໃຊ້ຫ້ອງການ ໃຫ້ ວຕກ
ເວລາອອກຂ່າວ: 2026-10-05 14:25:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 265 | ຄວາມນິຍົມ:



ວັນທີ 2 ຕຸລາ 2026 ນີ້, ທ່ານ ສີລະຄອນ ຈັນທະວົງສາ ອຳນວຍການກຸ່ມບໍລິສັດ SLK ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ມອບອຸປະກອນຮັບໃຊ້ຫ້ອງການ ໃຫ້ວິທະຍາຄານເຕັກນິກການທະຫານ (ວຕກ) ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ, ມີຄະນະພັກ-ຄະນະອຳນວຍ ວຕກ, ມີບັນດາຄະນະຫ້ອງ, ຄະນະວິຊາ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີ ປິນເຕີ Canon G310 ຈໍານວນ 4 ໜ່ວຍ, ເຈ້ຍ A4 ຈໍານວນ 3 ແກັດ, ເຄື່ອງກິລາ ຈໍານວນ 20 ຊຸດ ແລະ ນໍ້າດື່ມ SLK ຈໍານວນ 10 ແພັກ ລວມມູນຄ່າທັງໝົດ 17.500.000 ກີບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ຫົວໜ້າການເມືອງ ວຕກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງກຸ່ມບໍລິສັດ SLK ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ທີ່ເຫັນໄດ້ຄວາມສຳຄັນຂອງວັນຄູແຫ່ງຊາດ ເວົ້າລວມ, ເວົ້າສະເພາະແມ່ນ ການປະຕິບັດໜ້າທີ່ການເມືອງຂອງ ພະນັກງານ-ນັກຮົບ ຢູ່ ວຕກ ເປັນຕົ້ນແມ່ນວຽກງານການຮຽນ-ການສອນໃຫ້ມີຄວາມສະດວກສະບາຍ ແລະທັນສະໄໝ, ສົ່ງເສີມໃຫ້ວຽກງານດັ່ງກ່າວມີຄຸນນະພາບສູງຂຶ້ນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ອຸປະກອນຈຳນວນດັ່ງກ່າວນີ້ ເຂົ້າໃນວຽກງານລວມໃຫ້ເກີດຜົນປະໂຫຍດສູງສຸດ ພ້ອມທັງ ມອບໃບກຽດຕິຄຸນໃຫ້ກຸ່ມບໍລິສັດດັ່ງກ່າວຢ່າງສົມກຽດ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ