ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກອງປະຊຸມພົບປະແລກປ່ຽນສະພາບ ປະຈຳປີ 2026 ລະຫວ່າງ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນ ລາວ-ຫວຽດນາມ
ເວລາອອກຂ່າວ: 2026-10-05 15:11:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 284 | ຄວາມນິຍົມ:



ວັນທີ 29 ກັນຍາ 2026 ນີ້, ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນສະພາບຊາຍແດນ ປະຈຳປີ 2026 ລະຫວ່າງ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຕີ ວູ້ ຈຸ່ງ ກ່ຽນ ກຳມະການສູນກາງພັກກອມມູນິດຫວຽດນາມ, ຜູ້ບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ. ໃນກອງປະຊຸມ ຄະນະຜູ້ແທນທັງສອງຝ່າຍ ໄດ້ແລກປ່ຽນສະພາບຊາຍແດນ ປະຈໍາປີ 2026, ແລກປ່ຽນຄໍາຄິດເຫັນ ແລະ ເອກະພາບບາງບັນຫາທີ່ສໍາຄັນ ແນໃສ່ເພື່ອເພີ່ມທະວີ, ການປົກປັກຮັກສາ, ການເສີມຂະຫຍາຍ ແລະ ການຮັດແໜ້ນສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ເປັນຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງຝ່າຍ ເຊິ່ງມີເນື້ອໃນສຳຄັນ ຄື: ເອົາໃຈໃສ່ສືບຕໍ່ຊຸກຍູ້ ແລະ ຈັດຕັ້ງປະຕິບັດ ອະນຸສັນຍາ ວ່າດ້ວຍການຮ່ວມມືວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ ຈັດຕັ້ງລາດຕະເວນຮ່ວມ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃຫ້ເຂັ້ມງວດ ແລະ ເປັນຮູບປະທໍາຫຼາຍຂຶ້ນ, ຈັດຕັ້ງປະຕິບັດຢ່າງເຂັ້ມງວດບັນດານິຕິກໍາທີ່ກ່ຽວຂ້ອງກັບວຽກງານຊາຍແດນ ແລະ ບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ, ບັນດາຖະແຫຼງການຮ່ວມ ລະຫວ່າງ ການນໍາຂັ້ນສູງ ຂອງສອງປະເທດ, ສອງກອງທັບ, ຈັດຕັ້ງບັນດາການເຄື່ອນໄຫວພົບແລກປ່ຽນຄະນະຜູ້ແທນ, ແລກປ່ຽນມິດຕະພາບ ເນື່ອງໃນໂອກາດວັນສໍາຄັນຕ່າງໆ ຂອງສອງຊາດ; ປະສານສົມທົບຮ່ວມກັນຈັດຕັ້ງໂຄສະນາ, ຂົນຂວາຍບັນດາອົງການ, ການຈັດຕັ້ງ, ແຈ້ງສະພາບ, ຊີ້ນໍາບັນດາກົມກອງ, ສືບຕໍ່ຮັກສາຍົກສູງຄຸນນະພາບ, ປະສິດຕິພາບໃນການຈັດຕັ້ງແຮກສ່ຽວ ລະຫວ່າງ ກອງຮ້ອຍທະຫານຊາຍແດນ, ຕອບຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ກໍ່ໃຫ້ເກີດຜົນເສຍຫາຍ, ເຮັດໃຫ້ເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ ມີການປ່ຽນແປງ ແລະ ບັນດາອາຊະຍາກໍາອື່ນໆ ທີ່ລະເມີດຕໍ່ກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ. ຈາກນັ້ນ, ຜູ້ແທນທັງສອງຝ່າຍ ໄດ້ປະກອບຄຳເຫັນ ແລະ ຮ່ວມກັນລົງນາມບົດບັນທຶກຊ່ວຍຈໍາການຮ່ວມມືຮອບດ້ານ ປະຈຳປີ 2027 ຕື່ມອີກ. ໂດຍ: ນາງ ອານຸພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ