ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງພັນໃຫຍ່ 619
ເວລາອອກຂ່າວ: 2026-10-05 15:20:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 566 | ຄວາມນິຍົມ: ![]()
ວັນທີ 2 ຕຸລາ 2026 ນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ກອງພັນໃຫຍ່ 619, ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ລອນທອງ ສິງລືໄຊ ຫົວໜ້າການເມືອງ ກອງພັນໃຫຍ່ 619 ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ລອນທອງ ສິງລືໄຊ ໄດ້ລາຍງານສະພາບການໂດຍຫຍໍ້ ຂອງກົມກອງ, ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານການເຄື່ອນໄຫວ ໃນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ວຽກງານການສຶກສາອົບຮົມ ການເມືອງ-ນໍາພາແນວຄິດ, ວຽກງານພະລາທິການ ຮັບປະກັນຊີວິດການເປັນຢູ່, ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ການອົບຮົມ-ຫັດແອບ ປະຈຳປີ, ການໂຄສະນາປາຖະກະຖາມູນເຊື້ອ ຂອງຊາດ, ຂອງພັກ ຂອງກອງທັບ ແລະ ເຜີຍແຜ່ແນວທາງນະໂຍບາຍ ຂອງພັກ-ລັດ, ມະຕິຄຳສັ່ງ ກົດລະບຽບຂອງກອງທັບ, ການກໍ່ສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ, ຂະບວນການສິລະປະ-ວັນນະຄະດີ, ຂະບວນການແຂ່ງຂັນຍ້ອງຍໍ ແລະ ການປະດັບປະດາ ສະຖານທີ່ກົມກອງ, ພ້ອມທັງ ຊີ້ໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອເປັນທິດທາງ ໃນການປັບປຸງແກ້ໄຂວຽກງານໃນຕໍ່ໜ້າ ໃຫ້ມີຮູບແບບທັນສະໄໝ ແລະ ຄຸນນະພາບດີຂຶ້ນ ກວ່າເກົ່າ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ຮຽກຮ້ອງໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ຮັດກຸມ ແລະ ຕໍ່ເນື່ອງ, ປັບປຸງວິທີການໂຄສະນາອົບຮົມ ໃຫ້ມີຄວາມຫຼາກຫຼາຍ, ທັນສະໄໝ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງກົມກອງ, ເພີ່ມທະວີຄວາມສາມັກຄີ ພາຍໃນ-ພາຍນອກ ແລະ ຫ້າມເຜີຍແຜ່ຄວາມລັບຂອງກອງທັບ ກໍຄືຂອງກົມກອງ, ເອົາໃຈໃສ່ຕອບຕ້ານຂໍ້ມູນຂ່າວສານທີ່ບິດເບືອນ ຂອງກຸ່ມຄົນບໍ່ຫວັງດີໃນສື່ສັງຄົມອອນລາຍ ໃຫ້ທ່ວງທັນກັບສະພາບການ, ພ້ອມທັງ ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ເຮັດໃຫ້ວຽກງານໂຄສະນາອົບຮົມກາຍເປັນກຳລັງແຮງ ໃນການກໍ່ສ້າງກົມກອງ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ເປັນລະບຽບຮຽບຮ້ອຍ ແລະ ທັນສະໄໝຂຶ້ນ ກວ່າເກົ່າ.
ຂ່າວ: ພູກັນ ສັນຕິວົງ
ພາບ: ພອນປະເສີດ ໂຂງພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















