ກອງພັນໃຫຍ່ 619 ຈັດພິທີເຄົາລົບທຸງຊາດ ປະຈຳໄຕມາດ III ປີ 2026
ເວລາອອກຂ່າວ: 2026-10-05 15:22:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 539 | ຄວາມນິຍົມ: ![]()
ວັນທີ 5 ຕຸລາ 2026 ນີ້, ກອງພັນໃຫຍ່ 619 ໄດ້ຈັດພິທີເຄົາລົບທຸງຊາດ ປະຈຳໄຕມາດ III ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແສງວັນ ເກີດທະບູລີ ຫົວໜ້າການທະຫານ ກອງພັນໃຫຍ່ 619, ມີ ຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ແສງວັນ ເກີດທະບູລີ ໄດ້ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການປະຕິບັດໜ້າທີ່ວຽກງານດ້ານຕ່າງໆຂອງກົມກອງໃນໄລຍະຜ່ານມາ ພ້ອມທັງ, ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ເພີ່ມທະວີໃນການສຶກສາອົບຮົມການເມືອງ-ການທະຫານ, ເຝິກແອບຮ່ຳຮຽນວິຊາສະເພາະຂອງຕົນ ໃຫ້ມີຄວາມຊໍານິຊໍານານ ດ້ານເຕັກນິກ, ນຳພາພະນັກງານ-ນັກຮົບໃນການຈັດຕັ້ງປະຕິບັດທາງດ້ານພະລາທິການ, ປູກຝັງລ້ຽງສັດຕາມລະດູການ ແລະ ຈັດຕັ້ງປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ວ່າດ້ວຍ 7ລະບອບ 18ວຽກ ຂອງກອງທັບ.
ໂດຍ: ພູກັນ ສັນຕິວົງ
ພາບ: ພອນປະເສີດ ໂຂງພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















