ພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາເດືອນກັນຍາ 2026
ເວລາອອກຂ່າວ: 2026-10-05 15:35:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 589 | ຄວາມນິຍົມ: ![]()
ວັນທີ 5 ຕຸລາ 2026 ນີ້, ພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາເດືອນກັນຍາ ແລະ ວາງທິດທາງແຜນການເດືອນຕຸລາ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ນາງ ຈັນສອນ ສີວິໄລ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີສະຫາຍ ພັນໂທ ນາງ ອໍາມາລາ ຄໍາບຸນເຮືອງ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາຄະນະໜ່ວຍສະຫະພັນແມ່ຍິງ ຂຶ້ນກັບພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ຕາງໜ້າສະຫະພັນແມ່ຍິງແຕ່ລະໜ່ວຍ ໄດ້ຜັດປ່ຽນກັນລາຍງານ ການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານຮອບດ້ານ ໃນໄລຍະຜ່ານມາ, ໂດຍລວມແລ້ວ ສະຫະພັນແມ່ຍິງແຕ່ລະກົມກອງ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ສຸມໃສ່ການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3 ດີ ແລະ ແຜນພັດທະນາແມ່ຍິງແຕ່ລະຂັ້ນ ໂດຍປິ່ນອ້ອມຂະບວນການລວມ ຂອງກົມກອງ ຢ່າງເປັນຂະບວນການຟົດຟື້ນ.
ພ້ອມນີ້, ກອງປະຊຸມ ຍັງໄດ້ຜ່ານທິດທາງແຜນການປະຈຳເດືອນຕຸລາ 2026 ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















