ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ
ເວລາອອກຂ່າວ: 2026-10-05 15:39:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 591 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ຕຸລາ 2026, ຢູ່ທີ່ສະພາແຫ່ງຊາດ, ໂດຍການປະທານ ຂອງສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນ ປະທານສະພາແຫ່ງຊາດ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ ພ້ອມດ້ວຍ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ. ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນການປະຕິບັດໜ້າທີ່ ຂອງບັນດາສະມາຊິກສະພາແຫ່ງຊາດ ໃນໄລຍະ 10 ເດືອນ ປີ 2026 ເຖິງວ່າສະພາບການພາກພື້ນ-ສາກົນ ມີຄວາມຜັນແປສັບສົນ ແລະ ປະເທດເຮົາຕ້ອງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ລວມທັງໄພທຳມະຊາດ, ແຕ່ດ້ວຍຄວາມປະສານສົມທົບຢ່າງໃກ້ຊິດລະຫວ່າງ ອົງການນິຕິບັນຍັດ, ບໍລິຫານ ແລະ ຕຸລາການ, ປະເທດເຮົາຍັງສາມາດຮັກສາໄດ້ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວໃນທາງບວກ ແລະ ຄາດໝາຍສ່ວນໃຫຍ່ແມ່ນບັນລຸຕາມແຜນ. ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ໄດ້ພິຈາລະນາ ຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ໃນນີ້, ພິຈາລະນາ, ຮັບຮອງເອົາສະຫາຍ ສອນໄຊ ສີພັນດອນ ເປັນປະທານສະພາແຫ່ງຊາດ; ພິຈາລະນາ, ຮັບຮອງເອົາສະຫາຍ ສະເຫຼີມໄຊ ກົມມະສິດ ເປັນນາຍົກລັດຖະມົນຕີ ພ້ອມນີ້, ຍັງຈະໄດ້ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027; ພິຈາລະນາບົດລາຍງານ ຂອງລັດຖະບານ ກ່ຽວກັບບັນຊີຢາເສບຕິດ ທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະ ຈໍາປີ 2027; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳ ປີ 2027; ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ ຈຳນວນ 8 ສະບັບ. ນອກຈາກນັ້ນ, ໃນວາລະກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງຈາກ ນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ. ໂອກາດນີ້, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ຈົ່ງຍົກສູງຄວາມຮັບຜິດຊອບທາງການເມືອງ, ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ, ປະກອບຄຳເຫັນ ຢ່າງມີປະຊາທິປະໄຕ ເພື່ອໃຫ້ບັນລຸຕາມຄາດໝາຍ. ພ້ອມດຽວກັນນັ້ນ, ໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຕິດຕາມການດໍາເນີນກອງປະຊຸມຄັ້ງນີ້ ໂດຍຜ່ານສື່ມວນຊົນຢ່າງໃກ້ຊິດ. ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 13 ວັນ ຈຶ່ງຈະສຳເລັດ. ໂດຍ: ແສງເດືອນ ແລະ ນາງ ເກດແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ